logo

ຕ້ອງ​ມີ​ກົນ​ໄກ​ຄວບ​ຄຸມ​ກ່ຽວ​ກັບດິນ​ປະ​ເສີດ, ຊັບ​ພະ​ຍາ​ກອນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ຢ່າງ​ແໜ້ນ​ແຟ້ນ

2025/12/1 | 11:29:48
(VOVWORLD) - ການເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍທໍລະນີ ແລະ ແຮ່ທາດ ແມ່ນມີຄວາມຈຳເປັນເພື່ອແນໃສ່ແກ້ໄຂຈຸດອຸດຕັນ, ຂໍ້ຕິດຂັດເກີດໃໝ່, ພິເສດແມ່ນໃນບັນດາບັນຫາກົນໄກອະນຸຍາດ, ຂຸດຄົ້ນ, ນຳໃຊ້ແຮ່ທາດຮັບໃຊ້ການສ້າງບັນດາກິດຈະກຳ, ໂຄງການສຳຄັນຂອງປະເທດຊາດ.
ກອງປະຊຸມ ຂອງສະພາແຫ່ງຊາດ (ພາບ: quochoi.vn)

ຕ້ອງມີກົນໄກຄວບຄຸມກ່ຽວກັບດິນປະເສີດ, ຊັບພະຍາກອນຍຸດທະສາດແຫ່ງຊາດຢ່າງແໜ້ນແຟ້ນ, ຮັບປະກັນການຂຸດຄົ້ນນຳໃຊ້ຢ່າງມີປະສິດທິຜົນກ່ຽວກັບເສດຖະກິດພ້ອມທັງຮັບປະກັນປັດໄຈປ້ອງກັນຊາດ, ຄວບຄຸມຄວາມສ່ຽງດ້ານສິ່ງແວດລ້ອມ ແມ່ນເນື້ອໃນໂດຍສະມາຊິກສະພາແຫ່ງຊາດຫຼາຍທ່ານຍົກອອກມາໃນວາລະປຶກສາຫາລືຢູ່ຫໍປະຊຸມໃນຕອນເຊົ້າວັນທີ 1 ທັນວາ, ຢູ່ຮ່າໂນ້ຍ, ກ່ຽວກັບຮ່າງກົດໝາຍສະບັບປັບປຸງ ແລະເພີ່ມເຕີມບາງມາດຕາຂອງກົດໝາຍວ່ດ້ວຍທໍລະນີ ແລະ ແຮ່ທາດ. ບັນດາ ສສຊ ໄດ້ເຫັນດີເປັນເອກະພາບນຳກັນວ່າ ການເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍທໍລະນີ ແລະ ແຮ່ທາດ ແມ່ນມີຄວາມຈຳເປັນເພື່ອແນໃສ່ແກ້ໄຂຈຸດອຸດຕັນ, ຂໍ້ຕິດຂັດເກີດໃໝ່, ພິເສດແມ່ນໃນບັນດາບັນຫາກົນໄກອະນຸຍາດ, ຂຸດຄົ້ນ, ນຳໃຊ້ແຮ່ທາດຮັບໃຊ້ການສ້າງບັນດາກິດຈະກຳ, ໂຄງການສຳຄັນຂອງປະເທດຊາດ, ໂຄງການລົງທຶນໂດຍດ່ວນ ໂດຍຂັ້ນທີ່ມີສິດອຳນາດຕັດສິນເພື່ອແນໃສ່ບັນລຸໄດ້ເປົ້າໝາຍການເຕີບໂຕ.

TAG
VOV/VOVworld/ດິນ​ປະ​ເສີດ/ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ