logo

ຕ້ອງ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ບັນ​ດາ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ແມ່ນ​ເປົ້າ​ໝາຍ​ຊົມ​ໃຊ້​ຢ່າງ​ແທດ​ຈິງ

2025/11/25 | 11:11:21
(VOVWORLD) - ສາທາລະນະສຸກ ແລະ ການສຶກສາ ແມ່ນບັນດາເສົາຄ້ຳສຳຄັນຂອງສັງຄົມ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນກຳລັງໜູນພັດທະນາແຫຼ່ງຊັບພະຍາກອນມະນຸດ - ເຊິ່ງເປັນໜຶ່ງໃນສາມຈຸດສຸມບຸກທະລຸ. 
ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: VOV)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 25 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ສະພາແຫ່ງຊາດໄດ້ສະຫງວນເວລາຫຼາຍເພື່ອປຶກສາຫາລືກ່ຽວກັບແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດຫັນເປັນທັນສະໄໝ, ຍົກສູງຄຸນນະພາບການສຶກສາ ແລະ ການບຳລຸງສ້າງໄລຍະ 2026 – 2035; ແຜນນະໂຍບາຍລົງທຶນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການເບິ່ງແຍງດູແລສຸຂະພາບ, ປະຊາກອນ ແລະ ການພັດທະນາໄລຍະ 2026 – 2035.

ເມື່ອກ່າວຄຳເຫັນທີ່ວາລະປຶກສາຫາລືຂອງກຸ່ມທີ 1, ຄະນະສະມາຊິກສະພານະຄອນ ຮ່າໂນ້ຍ, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຢັ້ງຢືນວ່າ ສາທາລະນະສຸກ ແລະ ການສຶກສາ ແມ່ນບັນດາເສົາຄ້ຳສຳຄັນຂອງສັງຄົມ. ນີ້ບໍ່ພຽງແຕ່ແມ່ນເປົ້າໝາຍເທົ່ານັ້ນ ຫາກຍັງແມ່ນກຳລັງໜູນພັດທະນາແຫຼ່ງຊັບພະຍາກອນມະນຸດ - ເຊິ່ງເປັນໜຶ່ງໃນສາມຈຸດສຸມບຸກທະລຸ. ເປົ້າໝາຍເບິ່ງແຍງດູແລໃຫ້ແກ່ມະນຸດ, ມີແຫຼ່ງຊັບພະຍາກອນມະນຸດທີ່ດີ, ສຸຂະພາບແຂງແຮງ ແລະ ມີຄຸນນະທາດ, ມີຈິນຕະນາການ, ມີພຸມປັນຍາເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ດັ່ງນັ້ນ, ເປົ້າໝາຍແຫ່ງຊາດບໍ່ພຽງແຕ່ຂອງສະເພາະຂະແໜງສຶກສາ ແລະ ສາທາລະນະສຸກເທົ່ານັ້ນ, ຫາກຍັງເປັນຂອງທົ່ວສັງຄົມ, ທົ່ວປວງຊົນຕ້ອງມີສ່ວນຮ່ວມ. ຕ້ອງມີຄວາມເປັນເອກະພາບກ່ຽວກັບເປົ້າໝາຍ, ຫຼີກລ້ຽງການຊັບຊ້ອນ, ກະແຈກກະຈາຍແຫຼ່ງກຳລັງ, ຍ້ອນວ່າ ໃນທີ່ສຸດ ປະຊາຊົນຕ້ອງເປັນເປົ້າໝາຍຊົມໃຊ້ຢ່າງແທດຈິງ.

TAG
VOV/VOVworld/ສາທາລະນະສຸກ ແລະ ການສຶກສາ ແມ່ນບັນດາເສົາຄ້ຳສຳຄັນຂອງສັງຄົມ/ໂຄງການເປົ້າໝາຍແຫ່ງຊາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ