logo

ຕ້ອງ​ມີ​ນະ​ໂຍ​ບາຍບ​ຸ​ລິ​ມະ​ສິດ​ທີ່​ດີກວ່າ​ໃຫ້​ແກ່​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ

2025/11/19 | 14:34:16
(VOVWORLD) -  ໂດຍສະແດງຄວາມເຫັນດີເປັນຢ່າງສູງຕໍ່ຄວາມຈຳເປັນໃນການປະກາດໃຊ້ມະຕິ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນບາດກ້າວສຳຄັນເພື່ອແນໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດໃນການເຊື່ອມໂຍງເຂົ້າກັບສາກົນ ໃນໄລຍະໃໝ່ຕາມຈິດໃຈມະຕິເລກທີ 59 ຂອງກົມການເມືອງ.

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນບ່າຍວັນທີ 19 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງມະຕິວ່າດ້ວຍກົນໄກ, ນະໂຍບາຍພິເສດຈຳນວນໜຶ່ງເພື່ອແນໃສ່ຍົກສູງປະສິດທິຜົນໃນການເຊື່ອມໂຍງເຂົ້າກັບສາກົນ. ໂດຍສະແດງຄວາມເຫັນດີເປັນຢ່າງສູງຕໍ່ຄວາມຈຳເປັນໃນການປະກາດໃຊ້ມະຕິ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ນີ້ແມ່ນບາດກ້າວສຳຄັນເພື່ອແນໃສ່ສ້າງລະບອບລະບຽບການໃຫ້ສົມບູນແບບ, ຍົກສູງກຳລັງຄວາມສາມາດໃນການເຊື່ອມໂຍງເຂົ້າກັບສາກົນ ໃນໄລຍະໃໝ່ຕາມຈິດໃຈມະຕິເລກທີ 59 ຂອງກົມການເມືອງ. ປະກອບຄຳເຫັນກ່ຽວກັບການຍົກສູງຄວາມສາມາດໃນການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ໃນຂົງເຂດເຕັກໂນໂລຢີ, ທ່ານ ຕະດິ່ງທີ ຄະນະສະມາຊິກສະພາແຫ່ງຊາດ ຮ່າໂນ້ຍ ສະເໜີວ່າ:

ຕ້ອງມີຂໍ້ກຳນົດບຸລິມະສິດ ຫຼືການໜູນຊ່ວຍພິເສດທີ່ດີກວ່າເມື່ອທຽບກັບສ່ວນລວມ ເພື່ອດຶງດູດບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າໂລກ, ສ້າງບັນດາສູນຄົ້ນຄ້ວາ ແລະ ພັດທະນາຢູ່ ຫວຽດນາມ. ກ່ຽວກັບບັນຫາບຸກຄະລາກອນ, ພວກເຮົາຕ້ອງມີກົນໄກພິເສດທີ່ມີໄຫວພິບກ່ຽວກັບລາຍຮັບ, ເງື່ອນໄຂເຮັດວຽກພັດທະນາ ຫຼື ເພື່ອດຶງດູດຜູ້ມີຄວາມເກັ່ງກ້າສາມາດທີ່ເປັນນັກວິທະຍາສາດ ຫວຽດນາມ ແລະ ສາກົນໃນຂົງເຂດຫຼັກແຫຼ່ງນີ້ເປັນສຳຄັນ.

TAG
VOV/VOVworld/​ນະ​ໂຍ​ບາຍ/ບ​ຸ​ລິ​ມະ​ສິດ/ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ