(vovworld) - ໃນອາທິດຜ່ານມາ, ລາຍການພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ໂທລະສັບ, Email ຈາກທ່ານຜູ້ຟັງຈຳນວນໜຶ່ງ. ໃນຈົດໝາຍຝາກມາລາຍການ, ທ່ານຜູ້ຟັງສະແດງຄວາມສົນໃຈເຖິງການເຄື່ອນໄຫວຕ່າງໆຂອງຊາວໜຸ່ມໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນສ້າງຕັ້ງ, ກໍ່ຄືເລື່ອງຊາວຫວຽດນາມ ຊົມໃຊ້ສິນຄ້າຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກເຮົາຂໍແນະນຳບາງຄຳເຫັນທີ່ທ່ານຜູ້ຟັງຝາກມາລາຍການ ເຊີນທ່ານຮັບຟັງ.
ເພື່ອນ ບຸດດາຄຳ ຢູ່ແຂວງ ຊຽງຂວາງ ສົ່ງ Email ມາລາຍການໂດຍຖາມວ່າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ແຫ່ງວັນສ້າງຕັ້ງອົງການຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ແລະນະຄອນ ໂຮ່ຈີມີນ ໄດ້ມີການເຄື່ອນໄຫວຫຍັງແດ່ ເພື່ອຂ່ຳນັບຮັບຕ້ອນວັນທີ່ມີຄວາມໝາຍນີ້.
ເພື່ອນບຸດດາຄຳ ທີ່ຮັກແພງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີ ແຫ່ງວັນສ້າງຕັ້ງອົງການຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນຮ່າໂນ້ຍ ໄດ້ຈັດຕັ້ງງານໂຮມຊຸມໜຸມສະເຫຼີມສະຫຼອງວັນສ້າງຕັ້ງອົງການຊາວໜຸ່ມ ແລະ ກໍ່ເນື່ອງໃນໂອກາດນີ້, ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ກໍ່ໄດ້ຈັດພິທີຍ້ອງຍໍບັນດາເລຂາຄະນະຊາວໜຸ່ມທີ່ດີເດັ່ນນະຄອນ ຫຼວງ, ສ່ວນບຸກຄົນ ແລະ ຜູ້ຕາງໜ້າໃຫ້ 20 ຮູບແບບຊາວໜຸ່ມຊົນນະບົດທີ່ສ້າງເສດຖະກິດເກັ່ງປີ 2012. ສ່ວນຢູ່ນະຄອນ ໂຮ່ຈີມິນ, ໃນໂອກາດນີ້ກໍ່ດຳເນີນການເຄື່ອນໄຫວທີ່ຟົດຟື້ນ, ອຸດົມສົມບຸນຫຼາຍຢ່າງ. ພິເສດແມ່ນລາຍການ ”ໄວຫນຸ່ມນະຄອນຮ່ວມມືກໍ່ສ້າງຊົນນະບົດໃໝ່” ດ້ວຍການເຂົ້າຮ່ວມຂອງນັກວິທະຍາສາດ, ຄູອາຈານໜຸ່ມທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ບັນດາອົງການ, ສູນກາງ, ສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລໃນບໍລິເວນນະຄອນ 150 ຄົນ. ພ້ອມກັນນັ້ນ, ລາຍການຊາວໜຸ່ມທີ່ມີຫົວຄິດປະດິດສ້າງກໍ່ດຶງດູດພວກເພື່ອນຊາວໜຸ່ມເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ດ້ວຍຮ້ານວາງສະແດງ ແລະ ຂາຍຜະລິດຕະພັນຫັດຖະກຳ, ຜະລິດຕະພັນທີ່ມີຫົວຄິດປະດິດສ້າງໂດຍຊາວໜຸ່ມນະຄອນເຮັດເອງລວມ 26 ຮ້ານ. ແຂກມາຊົມກໍ່ໄດ້ຮັບແນະນຳວິທີຜະລິດບັນດາຜະລິດຕະພັນທີ່ເຂົາເຈົ້ານິຍົມອີກ.
![]() ບັນດາເລຂາຄະນະຊາວໜຸ່ມດີເດັ່ນນະຄອນຫຼວງໄດ້ຮັບການຍ້ອງຍໍ
(ພາບ: hanoimoi.com.vn ) |
ສ່ວນເພື່ອນ ໄຊສົມພອນ, ຢູ່ແຂວງ ວຽງຈັນ ໃຫ້ຮູ້ວ່າ, ຂ້າພະເຈົ້າໄດ້ຮັບຟັງກ່ຽວກັບບັ້ນຂົນຂວາຍຊາວຫວຽດນາມ ບຸລິມາສິດຊົມໃຊ້ສິນຄ້າຫວຽດນາມ. ຕາມນັ້ນແລ້ວ, ຫວຽດນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວຄືແນວໃດ ເພື່ອຕອບສະໜອງບັ້ນຂົນຂວາຍນີ້ ?
![]() ຊາວຫວຽດນາມຊົມໃຊ້ສິນຄ້າຫວຽດນາມ
(ພາບ: doanhnhansaigon.vn) |
ຫວັງວ່າ, ການແນະນຳກ່ຽວກັບການເຄື່ອນໄຫວໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸມກອມມູນິດ ໂຮ່ຈີມິນ ແລະ ບັ້ນຂົນຂວາຍ ” ຊາວຫວຽດນາມ ບຸລິມາສິດຊົມໃຊ້ສິນຄ້າຫວຽດນາມ” ຂອງພວກເຮົາຈະຕອບສະໜອງຄວາມສົນໃຈຂອງເພື່ອນບຸດດາຄຳ, ແລະ ເພື່ອນ ໄຊສົມພອນກໍ່ຄືທ່ານຜູ້ຟັງໄດ້ສ່ວນໃດສ່ວນໜຶ່ງ. ໃນໄລຍະຈະມາເຖິງ, ຫວັງວ່າລາຍການພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ໄດ້ຮັບຈົດໝາຍ, ໂທລະສັບປະກອບຄວາມເຫັນຈາກທ່ານຜູ້ຟັງເປັນປະຈຳ.




