logo

ຕອ​ບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານເຮືອນ​ຢູ່ ແລະ ສິດ​​ມີ​ບ່ອນຢູ່​ຂອງປະ​ຊາ​ຊົນ

2025/12/17 | 10:42:54
(VOVWORLD) - ການພັດທະນາເຮືອນຢູ່ສັງຄົມ ສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດ, ປະກອບສ່ວນເຂົ້າໃນການສະໜອງເຮືອນຢູ່ທີ່ຖາວອນໃຫ້ແກ່ປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV5)

ກອງປະຊຸມຄັ້ງທີ 4 ຂອງ ຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ ໄດ້ດຳເນີນໃນວັນທີ 17 ທັນວາ ຢູ່ຮ່າໂນ້ຍ. ເນື້ອໃນກອງປະຊຸມແມ່ນແນໃສ່ແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການສຳລັບການເຊົ່າ, ຊື້ເຮືອນຢູ່ສັງຄົມ.

ໂດຍເນັ້ນໜັກເຖິງໝາກຜົນທີ່ບັນລຸໄດ້ ແລະ ລື່ນການຄາດໝາຍແມ່ນກໍ່ສ້າງສຳເລັດເຮືອນຢູ່ສັງຄົມ 100.000 ຫ້ອງໃນປີນີ້, ມຸ່ງໄປເຖິງຄາດໝາຍກໍ່ສ້າງສຳເລັດ ເຮືອນຢູ່ສັງຄົມ 1 ລ້ານຫ້ອງໃນປີ 2028, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ການພັດທະນາເຮືອນຢູ່ສັງຄົມ ສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດ, ປະກອບສ່ວນເຂົ້າໃນການສະໜອງເຮືອນຢູ່ທີ່ຖາວອນໃຫ້ແກ່ປະຊາຊົນ. ກ່ຽວກັບຕະຫຼາດອະສັງຫາລິມະຊັບ ແລະ ເຮືອນຢູ່ແບບການຄ້າ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ:

ທີໜຶ່ງ ແມ່ນການກໍ່ສ້າງພື້ນຖານຂໍ້ມູນກ່ຽວກັບເຮືອນຢູ່ຕ້ອງປະຕິບັດສຳເລັດໃນໄຕມາດທີ 1 ປີ 2026, ລວມມີຖານຂໍ້ມູນກ່ຽວກັບຕະຫຼາດອະສັງຫາລິມະຊັບ, ເຮືອນຢູ່ແບບການຄ້າ, ເຮືອນຢູ່ສັງຄົມ, ເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພ… ທີສອງ, ຕ້ອງແກ້ໄຂຂໍ້ຕິດຂັດກ່ຽວກັບລະບອບລະບຽບການຄື ການເຊົ່າຊື້ເຮືອນຢູ່ສັງຄົມ… ເຮັດແນວໃດໃຫ້ມີຄວາມໄຫວພິບ ເພື່ອສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດຊື້ໄດ້ ຈະມີສິດໃຫ້ເຊົ່າ ຫຼືໂອນກຳມະສິດ.

TAG
VOV/VOVworld/ເຮືອນ​ຢູ່/ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ