logo

ຕະຫຼາດ​ກາງ​ຄືນ ຊຽມ​ຣຽບ - ຈຸດ​ນັດ​ພົບ​ທີ່​ບໍ່ອາດ​ພາດ​ໄດ້​ເມື່ອ​ໄປ ອັງ​ກໍ

2024/11/17 | 16:00:00
(VOVWORLD) - ນະຄອນ ຊຽມຣຽບ ໄດ້ເປັນທີ່ຮູ້ຈັກກັນດີວ່າ ເປັນເມືອງເອກຂອງບັນດາສະຖາປັດຕະຍາກຳວິຫານທາດທີ່ໃຫຍ່ໂຕມະໂຫຖານຢູ່ ກຳປູເຈຍດ້ວຍເຂດຮ່ອງຮອຍ ອັງກໍ ທີ່ມີຊື່ສຽງ. ຖ້າຜູ້ໃດເຄີຍມາ ຊຽມຣຽບ ຈະເຫັນວ່າ ສະຖານທີ່ແຫ່ງນີ້ຍັງມີສິ່ງທີ່ຈັບອົກຈັບໃຈຫຼາຍຢ່າງ. ນອກາກບັນດາວິຫານທີ່ເກົ່າແກ່ແລ້ວນະຄອນດັ່ງກ່າວຍັງເປັນສູນການຄ້າວັດທະນະທຳອາຫານການກິນ ດ້ວຍເຂດຕະຫຼາດທີ່ມີຄົນມາຊື້ຂາຍຢ່າງຄັບຄາໜາແໜ້ນ ແລະ ຄຶກຄື້ນອັນໄດ້ສ້າງຄວາມປະທັບໃຈເປັນພິເສດໃນໃຈແຂກທ່ອງທ່ຽວ.

ສຽງດົນຕີຄຶກຄື້ນ, ບາດຂຶ້ນບາດລົງຂອງກອງດົນຕີພື້ນເມືອງ ກຳປູເຈຍ ບວກກັບກິ່ນຫອມຂອງນ້ຳມັນສະກັດໃນບັນຍາກາດຂອງຮ້ານນວດຕີນ ຕັ້ງຢູ່ກາງເຂດຕະຫຼາດກາງຄືນ ອັງກໍ - ນະຄອນ ຊຽມຣຽບ. ບັນດາຍິງສາວເຜົ່າ ຂະແມ ໄດ້ຄ່ອງແຄ້ວເຍັ້ນຈອກນ້ຳຊາ ພ້ອມກັບກ້ວຍອົບ, ອາຫານພື້ນບ້ານໄປໃຫ້ແຂກ. ຮ້ານນວດຢູ່ເຂດຕະຫຼາດກາງຄືນແມ່ນສະຖານທີ່ນິຍົມຂອງແຂກ ເພື່ອຜ່ອນຄາຍຄວາມອິດເມື່ອພາຍຫຼັງຍ່າງເລາະຢ້ຽມຊົມ, ຄົ້ນຫາເຂດຮ່ອງຮອຍວິຫານ ອັງກໍ ມາໝົດມື້. ເອື້ອຍ ຫງວຽນຮົ່ງງອກ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ (ຫວຽດນາມ) ແບ່ງປັນວ່າ:

“ຂ້າພະເຈົ້າໄປຢ້ຽມຊົມເຂດວິຫານນີ້ແຕ່ຕອນເຊົ້າຈົນຮອດຕອນແລງ ຖືວ່າເມື່ອຍ ແລະ ປວດຂາພໍສົມຄວນ. ສະນັ້ນ,ຮອດຕອນຄ່ຳ, ພວກຂ້າພະເຈົ້າຈຶ່ງຕັດສິນໃຈໄປຕະຫຼາດກາງຄືນເພື່ອຊິມບັນດາເຍື່ອງອາຫານ ແລະ ນວດຂາເພື່ອເພີ່ມພະລັງ. ຂ້າພະເຈົ້າຮູ້ສຶກວ່າຄັກ ແລະ ສະບາຍຫຼາຍ, ລາຄາກໍເໝາະສົມ”. 

ຮ້ານນວດຢູ່ເຂດຕະຫຼາດກາງຄືນແມ່ນສະຖານທີ່ນິຍົມຂອງແຂກ

ກົງກັນຂ້າມກັບພື້ນທີ່ເກົ່າແກ່, ເຄັ່ງຂຶມຂອງວິຫານ ອັງກໍ, ຕະຫຼາດກາງຄືນ ຊຽມຣຽບ ຕັ້ງຢູ່ໃຈກາງນະຄອນ, ຍາມໃດກໍຄຶກຄື້ນແຕ່ຫົວແລງຈົນເດິກດື່ນ. ຕະຫຼາດກາງຄືນຢູ່ທີ່ນີ້ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2007, ໂດຍໄດ້ແບ່ງອອກເປັນ 2 ເຂດຄືເຂດຕະຫຼາດ Noon  ແລະ ເຂດຕະຫຼາດ Angkor, ດ້ວຍຈຳນວນຮ້ານວາງຂາຍສິນຄ້າກວ່າ 200 ຮ້ານ, ຮ້ານໃດກໍປະດັບປະດາຢ່າງຍິບຫຍັບ, ຈັບໃຈ. ຢູ່ທີ່ນີ້ໄດ້ວາງຂາຍສິນຄ້າຫຼາຍຊະນິດທີ່ເຄື່ອງເປັນທີ່ລະນຶກຄື: ຮູບປັ້ນພະ, ຮູບປັ້ນ Bayon, ເທບທິດາ Apsara ແລະ ບັນດາຜະລິດຕະພັນທີ່ເຮັດດ້ວຍເງິນ. ສະຫຼັບກັບຮ້າຍຂາຍເຄື່ອງທີ່ລະນຶກແມ່ນຮ້ານນວດຂະໜາດໜ້ອຍ, ຮ້ານຂາຍອາຫານ, ຮ້ານຂາຍພາບ, ຂາຍປຶ້ມ... ຕະຫຼາດແຫ່ງນີ້ ຍັງໄດ້ວາງຂາຍບັນດາຊຸດອາພອນປະຈຳເຜົ່າຂອງເຜົ່າຂະແມ ບໍ່ວ່າຈະເປັນຊຸດອາພອນແບບດັ້ງເດີມ ແລະ ແບບປະຍຸກ, ໃນນັ້ນປະເພດສິນຄ້າທີ່ແຂກທ່ອງທ່ຽວຊື້ຫຼາຍທີ່ສຸດແມ່ນຜ້າພັນຄໍ Kroma ເພາະວ່າມັນໄດ້ເຮັດດ້ວຍມືຮ້ອຍສ່ວນຮ້ອຍ, ດ້ວຍລວດລາຍທີ່ເປັນເອກະລັກ, ແຕ່ລາຄາພຽງແຕ່ 2 – 3 USD ເທົ່ານັ້ນ. ເອື້ອຍ Chahan Thida, ແມ່ຄ້າຜູ້ໜຶ່ງຢູ່ຕະຫຼາດ ຊຽມຣຽບ ໃຫ້ຮູ້ວ່າ:

"ຮ້ານຂາຍເຄື່ອງຂອງຂ້າພະເຈົ້າໄດ້ຂາຍບັນດາຜະລິດຕະພັນແຜ່ນແພພື້ນເມືອງທີ່ໄດ້ຜະລິດຢູ່ພາຍໃນປະເທດເຊັ່ນ ຜ້າປູບ່ອນນອນຜ້າພັນຄໍ... ຂ້າພະເຈົ້າໄດ້ສັ່ງຊື້ບັນດາຜະລິດຕະພັນນີ້ຢູ່າກຖານຕ່ຳແຜ່ນຕັດຫຍິບຢູ່ພາຍໃນປະເທດ. ປັດຈຸບັນ, ຈຳນວນແຂກທ່ອງທ່ຽວພວມເພີ່ມຂຶ້ນຄືນໃໝ່ໂດຍສະເພາະແມ່ນແຂກທ່ອທ່ຽວມາຈາກ ເອີຣົບທີ່ເຂົ້າມາໃນລະດູຮ້ອນສະນັ້ນການຄ້າຂາຍກໍມີຄວາມສະດວກສະບາຍພໍສົມຄວນ. ເຂົາເຈົ້າຊື້ຫຼາຍຜະລິດຕະພັນເປັນຂອງຕ້ອນໃຫ້ຄອບຄົວ”.

ບັນຍາກາດຢູ່ Pub Street 

ຖ້າມາຕະຫຼາດກາງຄືນ ຊຽມຣຽບ ແຕ່ບໍ່ໄດ້ແວ່ Pub Street ແມ່ນຍັງບໍ່ທັນໄປຮອດຕະຫຼາດ ຊຽມຣຽບ. ຢູ່ທີ່ນີມີຮ້ານຂາຍອາຫານຄົບປະເພດ, ບໍ່ວ່າຈະເປັນອາຫານຂະແມ, ຈີນ, ຫວຽດນາມ, ໄທ ຕະຫຼອດຮອດ ອີຕາລີ, ເມັກຊີໂກ...

Pub Street ມີຫຼາຍຈຸດທີ່ຄ້າຍຄືກັນກັບຖະໜົນ ເຂົ້າສານ ຢູ່ ໄທ ຫຼື ບຸ່ຍວ້ຽນ ຂອງ ຫວຽດນາມ. ມີຮ້ານ bar ຫຼາຍຮ້ານ ດ້ວຍລາຄາເປັນກັນເອງ. ພາຍຫຼັງທີ່ໄປຢ້ຽມຊົມວິຫານ Angkor ໝົດມື້, ຮອດຕອນຄ່ຳ, ມີຫຼາຍຄົນກໍເລືອກແວ່ຖະໜົນສາຍນີ້ທັງໄດ້ຟັງເພງ, ທັງຜ່ອນຄາຍ.  ຊາວ ຂະແມແມ່ນຜູ້ເປັນມິດ ແລະ ຮັກແພງແຂກຄົນ. ເຂົາເຈົ້າຕ້ອນຮັບເຮົາຄືຕ້ອນຮັບພີ່ນ້ອງໃນຄອບຄົວ”.                                                                “ຍິ່ງເດິກ ຍິ່ງມີຄົນມາຫຼາຍ. ບັນຍາກາດຢູ່ນີ້ຄັກຫຼາຍ. ກະແລມ ແລະ ເບຍຢູ່ນີ້ກໍແຊບຫຼາຍ”.

ຊຽມຣຽບ ແມ່ນສະຖານທີ່ທ່ອງທ່ຽວແຖວໜ້າຢູ່ ກຳປູເຈຍ, ແຕ່ລະປີໄດ້ດຶງດູດນັກທ່ອງທ່ຽວນັບລ້ານເທື່ອຄົນ ດ້ວຍຄວາມງາມທາງດ້ານປະຫວັດສາດ ແລະ ວັດທະນະທຳ. ຈຸດພົ້ນເດັ່ນທີ່ສຸດຂອງນະຄອນ ແມ່ນເຂດຮ່ອງຮອຍ Angkor, ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ ເປັນມໍລະດົກວັດທະນະທຳໂລກ. ນອກຈາກນັ້ນ, ຕະຫຼາດກາງຄືນ ຊຽມຣຽບ ກໍແມ່ນຈຸດນັດພົບໜຶ່ງທີ່ບໍ່ຄວນພາດ, ເຊິ່ງເປັນບ່ອນທີ່ທ່ານສາມາດຊິມບັນດາເຍື່ອງອາຫານພື້ນບ້ານ, ຊື້ບັນດາຜະລິດຕະພັນທີ່ເປັນເອກະລັກ ແລະ ຊອກຮູ້ກ່ຽວກັບຊີວິດປະຈຳວັນຂອງປະຊາຊົນທ້ອງຖິ່ນຢູ່ແຫ່ງນີ້./.

TAG
VOV/VOVworld/Pub Street/ຊຽມຣຽບ/ຕະຫຼາດ​ກາງ​ຄືນ/ກຳ​ປູ​ເຈຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ