(vovworld) - ເຫດການ Brexit, ອັງກິດ ອອກຈາກສະຫະພາບເອີລົບ (EU), ພວມສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງເສດຖະກິດທົ່ວໂລກ. ດ້ວຍພື້ນຖານເສດຖະກິດເປີດຄືຫວຽດນາມ, ຕະຫຼານການເງິນ, ເງິນຕາ ແລະ ບັນດາແຫຼ່ງເງິນລົງທຶນກໍ່ຖືກບັນດາຜົນກະທົບຢ່າງແນ່ນອນ. ເຖິງຢ່າງໃດກໍ່ຕາມ, ດ້ວຍການກະກຽມ ແລະ ໄດ້ຍົກອອກບັນດາມາດຕະການແກ້ໄຂຢ່າງເໝາະສົມ, ຕະຫຼາດການເງິນ, ເງິນຕາຫວຽດນາມ ຍັງຍືນຍົງ ແລະ ພັດທະນາຢ່າງໝັ້ນຄົງ, ຫຼິກລ້ຽງບັນດາຜົນກະທົບຈາກເຫດການດັ່ງກ່າວ. ບົດຂຽນ “ຕະຫຼາດການເງິນ, ເງິນຕາຫວຽດນາມ ຍືນຍົງ ພາຍຫຼັງ Brexit” ຂອງຫວຽດຮ່າ, ນັກຂ່າວ VOV.
ໃນສະພາບການຜັນແປລວມຂອງໂລກ, ພາຍຫຼັງເຫດການ Brexit, ຕະຫຼາດຫຼັກຊັບຫວຽດນາມ ກໍມີການເໜັງຕິງຢ່າງແຮງ, ເມື່ອຖືກເສຍເງິນເຖິງກວ່າ 1 ລ້ານ USD. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງຖືກຫຼຸດຄະແນນຢ່າງແຮງໃນວັນທີ 24/06, ຕະຫຼາດນັ້ນໄດ້ມີການຟຶ້ນຟູ. ທີ່ການປະຊຸມຂ່າວກ່ຽວກັບສະພາບການປະຕິບັດໜ້າທີ່ການເງິນ, ງົບປະມານ 6 ເດືອນຕົ້ນປີ 2016 ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2016, ທີ່ຫາກໍດຳເນີນ, ກະຊວງການເງິນຫວຽດນາມ ກໍຢືນຢັນວ່າ: ເຫດການ Brexit ຍັງບໍ່ທັນສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງຕະຫຼາດການເງິນຂອງຫວຽດນາມ. ທ່ານນາງ ຫງວຽນມາຍເຟືອງ, ຜູ້ອຳນວຍການວິຊາສະເພາະໄຈແຍກ VNDirect ແລ້ວ, ສຳລັບບັນດາວິສາຫະກິດປະກາດທຸລະກຳໃນຕະຫຼາດຫຼັກຊັບ, ການເຄື່ອນໄຫວຊອງວິສາຫະກິດພາຍໃນປະເທດເກືອບຄືວ່າບໍ່ຖືກຜົນສະທ້ອນ. ທ່ານເລດຶກແຄ໋ງ, ຜູ້ອຳນວຍການຍຸດທະສາດການລົງທຶນບໍລິສັດຫຼັກຊັບ Maritime, ໃຫ້ຂໍ້ສັງເກດວ່າ.
“ໃນຕະຫຼາດຫຼັກຊັບ, ຖ້າຫາກປຽບທຽບການຜັນແປຂອງຕະຫຼາດໃນ 6 ເດືອນຕົ້ນປີ, ຈຳນວນບັນຊີທຸລະກຳຂອງນັກລົງທຶນຕ່າງປະເທດໄດ້ເພີ່ມຂຶ້ນ. ຄວາມໄວ້ເນື້ອເຊື່ອໃຈຂອງທັງນັກລົງທຶນຕ່າງປະເທດ ແລະ ພາຍໃນປະເທດລ້ວນແຕ່ເພີ່ມຂຶ້ນ. ຕະຫຼາດໄດ້ກຽມພ້ອມໃຫ້ການເຕີບໂຕຢ່າງແຮງ, ບັນຫາພຽງແມ່ນເວລາເທົ່ານັ້ນ. ການກະທົບເຖິງຕະຫຼາດຫຼັກຊັບ ແມ່ນເລີ່ມຈາກນະໂຍບາຍ ແລະ ຈິດຕະຂອງນັກລົງທຶນ. ວາລະທຸລະກຳວັນທີ 24/06 ຖືກຫຼຸດຄະແນນແມ່ນຍ້ອນການກະທົບດ້ານຈິດຕະເປັນຕົ້ນ”.
ດ້ວຍແຫຼ່ງເງິນລົງທຶນໂດຍກົງຈາກ EU ແລະ ອັງກິດເຂົ້າຫວຽດນາມ, ມີນັກຊ່ຽວຊານຫຼາຍຄົນໃຫ້ຂໍ້ສັງເກດວ່າ, ເຫດການ Brexit ຍັງບໍ່ທັນສົ່ງຜົນສະທ້ອນເຖິງແຫຼ່ງທຶນດັ່ງກ່າວໃນທັນທີ, ຫຼື ຖ້າຫາກຖືກຜົນສະທ້ອນກໍ່ບໍ່ຮ້າຍແຮງປານໃດ. ຍ້ອນແຫຼ່ງເງິນລົງທຶນຈາກອັງກິດ ເຂົ້າຫວຽດນາມ ຍັງຢູ່ລະດັບຕ່ຳຢູ່. ໄລ່ຮອດປະຈຸບັນ, EU ລົງທຶນເຂົ້າຫວຽດນາມ ດ້ວຍຍອດຈຳນວນທຶນຈົດທະບຽນປະມານ 100 ຕື້ USD. ໃນນັ້ນຈຳນວນໂຄງການລົງທຶນຍັງມີຜົນສັກສິດຂອງລາຊະອານາຈັກ ເຂົ້າຫວຽດນາມ ແມ່ນ 266 ໂຄງການ, ດ້ວຍຈຳນວນທຶນປະມານ 3,5 ຕື້ USD. ຕາມທ່ານປະລິຍາເອກ ເກີ໋ນວັນຫຼືກ, ຜູ້ອຳນວຍການສູນບຳລຸງສ້າງທະນາຄານລົງທຶນ ແລະ ພັດທະນາຫວຽດນາມ, ສະມາຊິກສະພາທີ່ປຶກສາດ້ານການເງິນ, ເງິນຕາແຫ່ງຊາດ ແລ້ວ, ໃນສະພາບປະສົບກັບຄວາມຫຍຸ້ງຍາກ, ບັນດາແຫຼ່ງທຶນຈະຊອກຫາແຫ່ງລົງທຶນໃໝ່ ແລະ ຫວຽດນາມ ຈະແມ່ນສະຖານທີ່ທີ່ໜ້າເອົາໃຈໃສ່, ລົງທຶນ.
“ປະຈຸບັນ, ບັນດານັກລົງທຶນພວມຫັນແຫຼ່ງທຶນມາຍັງບັນດາແຫ່ງທີ່ປອດໄພກວ່າ. ໃນນັ້ນອາດມີຫວຽດນາມ ຖ້າຫາກນະໂຍບາຍມີຄວາມສະດວກກວ່າ, ພິເສດຖ້າຮູ້ໝູນໃຊ້ຜົນປະໂຫຍດຈາກການເຊື່ອມໂຍງ. ຈຳນວນທຶນຫັນປ່ຽນອອກຈາກຫວຽດນາມ ກັບເມື່ອລົງທຶນໂດຍທາງອ້ອມໃນຕະຫຼາດຫຼັກຊັບອາດຈະຖືກຜົນທະທ້ອນ, ແຕ່ໃນພື້ນຖານເສດຖະກິດຕົວຈິງ, ເງິນລົງທຶນໂດຍກົງບໍ່ຖືກຜົນສະທ້ອນຫຼາຍ”.
ມີນັກຊ່ຽວຊານດ້ານເສດຖະກິດສາກົນບາງຄົນຖືວ່າ, ພື້ນຖານເສດຖະກິດຫວຽດນາມ ບໍ່ຖືກຜົນສະທ້ອນຫຼາຍ ຈາກເລື່ອງອັງກິດ ອອກຈາກ EU, ຫາກສິ່ງນີ້ຈະເປີດກາລະໂອກາດຫຼາຍຢ່າງໃຫ້ຕະຫຼາດການເງິນ, ເງິນຕາ ກໍຄືການດຶງດູດເງິນລົງທຶນ. ຫວ່າງແລ້ວນີ້, ກະຊວງການເງິນຫວຽດນາມ ກໍຢືນຢັນວ່າ: Brexit ບໍ່ມີການກະທົບຢ່າງຫຍໍ້ທໍ້ເຖິງສະພາບໜີ້ສາທານະລະຂອງຫວຽດນາມ. ທ່ານ ວໍ້ຮິວຫຽນ, ຮອງຫົວໜ້າກົມຄຸ້ມຄອງໜີ້ ແລະ ການເງິນຕ່າງປະເທດ ໃຫ້ຮູ້ວ່າ, ເຫດການ Brexit ໄດ້ໃຫ້ເງິນປອນ ຖືກຫຼຸດລາຄາ 8% ແລະ ເງິນຢວນ ກໍ່ຖືກຕົກລາຄາ, ໃນຂະນະນັ້ນເງິນເຢນຂອງຍີ່ປຸ່ນ ພັດເພີ່ມລາຄາ. ໃນໂຄງປະກອບໜີ້ສາທາລະນະຂອງຫວຽດນາມ, ໜີ້ລັດຖະບານດ້ວຍເງິນດົ່ງຫວຽດນາມ ກວມເອົາ 55%, ເງິນຢວນກວມເອົາ 13%, ເງິນ USD ກວມເອົາ 16%. ໃນສະພາບການນີ້, ທະນາຄານແຫ່ງລັດ ໄດ້ມີການດັດປັບອັດຕາແລກປ່ຽນເງິນຕາໃຫ້ເໝາະສົມ. ທ່ານ ວໍ້ຮິວຫຽນ ໃຫ້ຮູ້ວ່າ.
“ເລື່ອງດັດປັບຢ່າງທັນການເຮັດໃຫ້ໜີ້ສາທາລະນະບໍ່ຖືກຜົນສະທ້ອນປານໃດ. ຕົວຢ່າງວ່າ, ເງິນປອນ 2%, ເມື່ອແລກເປັນເງິນດົງ ແມ່ນເພີ່ມລາຄາ. ເອີໂລ ຖືກຫຼຸດລາຄາ 2,4%, ຫວຽດນາມ ມີ 7% ໃນໂຄງປະກອບໜີ້, ເມື່ອແລກເປັນເງິນດົ່ງຂອງຫວຽດນາມ ແມ່ນເພີ່ມລາຄາ. ເງິນ USD ບໍ່ປ່ຽນແປງ. ສະເພາະເງິນເຢນ ພັດເພີ່ມລາຄາ, ເມື່ອແລກປ່ຽນເງິນຕາ, ມູນຄ່າໜີ້ດ້ວຍເງິນຢວນ ຖືກເພີ່ມລາຄາ ແຕ່ຄິດໄລ່ລວມແລ້ວແມ່ນບໍ່ຖືກກະທົບຫຼາຍປານໃດ”.
ພາຍຫຼັງທີອັງກິດ ອອກຈາກ EU, ລັດຖະບານຫວຽດນາມ ໄດ້ມີບັນດາການຕີລາຄາກ່ຽວກັບການກະທົບຂອງເຫດການນີ້ເຖິງຂົງເຂດການຄ້າ, ການລົງທຶນ, ຕະຫຼາດການເງິນພາຍໃນປະເທດ. ຕິດແທດກັບການຜັນແປຢູ່ຕະຫຼາດພາຍໃນປະເທດ ແລະ ສາກົນ, ບັນດານັກວາງນະໂຍບາຍຫວຽດນາມ ຈະມີບັນດາການດັດປັບຢ່າງທັນການ ເພື່ອແນໃສ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງຄວາມສະດວກໃຫ້ດ້ານການຄ້າ ກໍຄືສືບຕໍ່ດຶງດູດແຫຼ່ງເງິນລົງທຶນຈາກອັງກິດ ແລະ EU ໃນໄລຍະຈະມາເຖິງ.




