logo

ຕ້ານການຂຸດຄົ້ນ IUU: ແທັງຮວາ ປະຕິບັດສຳເລັດ 19/19 ໜ້າທີ່ເປັນປະຈຳ

2026/1/21 | 11:23:07
(VOVWORLD) -  ກຳປັ່ນ 100% ມີເງື່ອນໄຂຄົບຖ້ວນເຄື່ອນໄຫວໄດ້ໝາຍເລກທະບຽນ ແລະ ຕິດຕັ້ງເຄື່ອງອຸປະກອນຕິດຕາມການເດີນທາງ.
ຄະນະປະຕິບັດງານຂອງການນຳແຂວງ ແທັງຮວາ ກວດກາການປະຕິບັດໜ້າທີ່ຮີບດ່ວນຈຳນວນໜຶ່ງໃນການຕ້ານການຂຸດຄົ້ນ IUU
(ພາບ: baothanhhoa.vn)

        ພາຍຫຼັງການຜັນຂະຫຍາຍຈຸດສຸມຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ແຂວງ ແທັງຮວາ ໄດ້ປະຕິບັດສຳເລັດການຈົດທະບຽນກຳປັ່ນຫາປາທີ່ມີລວງຍາວກວ່າ 6ມ ຂຶ້ນໄປ ຈຳນວນ 2.898 ລຳ, ອັບເດດຂໍ້ມູນຢ່າງຄົບຖ້ວນໃນລະບົບຮາກຖານຂໍ້ມູນ Vnfishbase; ກຳປັ່ນ 100% ມີເງື່ອນໄຂຄົບຖ້ວນເຄື່ອນໄຫວໄດ້ໝາຍເລກທະບຽນ ແລະ ຕິດຕັ້ງເຄື່ອງອຸປະກອນຕິດຕາມການເດີນທາງ.

        ຄະນະປະຕິບັດງານຂອງການນຳແຂວງ ແທັງຮວາ ໂດຍທ່ານ ກາວວັນເກື່ອງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ແທັງຮວາ, ເປັນຫົວໜ້າຄະນະ, ຫາກໍ່ດຳເນີນການກວດກາການປະຕິບັດໜ້າທີ່ຮີບດ່ວນຈຳນວນໜຶ່ງໃນການຕ້ານການຂຸດຄົ້ນ IUU ຢູ່ທ່າກຳປັ່ນ ຫາຍເຈົາ (ເມືອງ ງອັກເຊີນ) ແລະ ທ່າກຳປັ່ນຫາປາ ແລັກບ້າງ (ຕາແສງ ຫາຍບິ່ງ). ຜ່ານການກວດກາ, ວຽກງານຄຸ້ມຄອງກຳປັ່ນຫາປາກໍ່ຄ່ອຍໆເປັນລະບຽບຮຽບຮ້ອຍ, ບໍ່ມີກຳປັ່ນລະເມີດເຂດນ່ານນ້ຳທະເລຕ່າງປະເທດ. ມາຮອດປະຈຸບັນ, ແທັງຮວາ ໄດ້ປະຕິບັດສຳລັດ 19/19 ໜ້າທີ່ທີ່ກ່ຽວຂ້ອງເຖິງວຽກງານຕ້ານການຂຸດຄົ້ນ IUU ເຊິ່ງລັດຖະບານມອບໃຫ້.

TAG
VOV/VOVworld/ກວດ​ກາ​/ປະ​ຕິ​ບັດ​/ໜ້າ​ທີ່​/ຮີບ​ດ່ວນ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ