logo

ຕຳຫຼວດ​ທະ​ເລ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ມາ​ດ​ຕະ​ການ​ຕ້ານ IUU ຢ່າ​ງ​ຄົບ​ຊຸດ

2025/11/18 | 09:23:55
(VOVWORLD) - ໃນກອງປະຊຸມຄັ້ງນີ້, ບັນດາກຳລັງຮັບຜິດຊອບໜ້າທີ່ຢັ້ງຢືນຈະສືບຕໍ່ປະຕິບັດບັນດາມາດຕະການຕ້ານ IUU ຢ່າງເຂັ້ມງວດ, ສ້າງພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບເປົ້າໝາຍຍົກເລີກ “ບັດເຫຼືອງ”ແລະ ສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ, ມີຄວາມຮັບຜິດຊອບໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ.
ທ່ານພົນຕີ ເລກວາງດ້າວ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ  ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV)

ກຳລັງຕຳຫຼວດທະເລ ຫວຽດນາມ ໄດ້ລະດົມກ່ຳປັ່ນກວ່າ 100 ລຳ ປະຈຳການຕະຫຼອດ 24 ຊົ່ວໂມງ, ຕັດສິນໃຈຢຸດຕິການຂຸດຄົ້ນສິນທະເລແບບຜິດກົດໝາຍ ແລະ ມຸ່ງໄປເຖິງເປົ້າໝາຍຍົກເລີກ ບັດເຫຼືອງຂອງ ຄະນະກຳມະການ ເອີຣົບ (EC). ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນ ກອງປະຊຸມຖອດຖອນບົດຮຽນພາຍຫຼັງ 1 ເດືອນແຫ່ງການປະຕິບັດບັ້ນຕໍ່ສູ້ຢ່າງຂ້ຽວຂາດ, ຕັດສິນໃຈສະກັດກັ້ນ, ຢຸດຕິສະພາບກ່ຳປັ່ນຫາປ່າຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດແຕ່ວັນທີ 15 ຕຸລາ - 15 ພະຈິກທີ່ໄດ້ດຳເນີນໃນວັນທີ 17 ພະຈິກ ຢູ່ຮ່າໂນ້ຍ.

ທ່ານພົນຕີ ເລກວາງດ້າວ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຢັ້ງຢືນລັກສະນະປະສິດທິຜົນ ພ້ອມກັບການສົມທົບກັນຢ່າງຄ່ອງແຄ້ວລະຫວ່າງກຳລັງປ້ອງກັນຊາຍແດນ, ຕຳຫຼວດທະເລ ແລະ ກອງທັບເຮືອ ໄດ້ສ້າງເປັນທ່າຮົບວົງປິດ, ຂ້ຽວຂາດເພື່ອສະກັດກັ້ນການຂຸດຄົ້ນແບບຜິດກົດໝາຍ. ທ່ານກ່າວວ່າ:

ກຳລັງ, ຍານພາຫະນະມີຢູ່ແລ້ວ, ກຳລັງໄດ້ລະດົມຢ່າງຄົບຖ້ວນແລ້ວ ແລະ ໄດ້ມອບໜ້າທີ່ຢ່າງຈະແຈ້ງ, ກຳລັງທະຫານ, ຜູ້ກວດກາການປະມົງ.. ພ້ອມກັບກະຊວງຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ພວກເຮົາຕັດສິນໃຈຍົກເລີກບັດເຫຼືອງພາຍຫຼັງຖືກ EC ກ່າວເຕືອນມາເປັນເວລາ 8 ປີ”.

ກອງປະຊຸມຖອດຖອນບົດຮຽນພາຍຫຼັງ ເດືອນແຫ່ງການປະຕິບັດບັ້ນຕໍ່ສູ້ຢ່າງຂ້ຽວຂາດຕັດສິນໃຈສະກັດກັ້ນຢຸດຕິສະພາບກ່ຳປັ່ນຫາປ່າຂຸດຄົ້ນສິນທະເລແບບຜິດກົດໝາຍບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດແຕ່ວັນທີ 15 ຕຸລາ - 15 ພະຈິກ”  (ພາບ: VOV)

ໃນກອງປະຊຸມຄັ້ງນີ້, ບັນດາກຳລັງຮັບຜິດຊອບໜ້າທີ່ຢັ້ງຢືນຈະສືບຕໍ່ປະຕິບັດບັນດາມາດຕະການຕ້ານ IUU ຢ່າງເຂັ້ມງວດ, ສ້າງພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບເປົ້າໝາຍຍົກເລີກ “ບັດເຫຼືອງ” ແລະ ສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ, ມີຄວາມຮັບຜິດຊອບໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ.

TAG
VOV/VOVworld/ມາດຕະການຕ້ານ IUU/ຍົກເລີກ “ບັດເຫຼືອງ”

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ