logo

ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເປັນ​ເຈົ້າ​ກຳ, ແມ່ນ​ເປົ້າ​ໝາຍ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ

2025/11/18 | 11:48:55
(VOVWORLD) -     ຕອນເຊົ້າວັນທີ 18 ພະຈິກ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ບ້ານ ບາວອານ, ຕາແສງ ຢໍ່ໂໜຍ, ນະຄອນ ດ່າໜັງ.
ທ່ານປະທານປະເທດ ຫວຽດນາມ  ເລືອງເກື່ອງ ກ່າວຄຳເຫັນທີ່ງານບູນ

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ສະເໜີໃຫ້ອຳນາດການປົກຄອງນະຄອນ ດ່າໜັງ, ແນວໂຮມປະເທດຊາດ ບັນດາອົງການຈັດຕັ້ງມະຫາຊົນຢູ່ຕາແສງ ຢໍ່ໂໜຍ ສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າຂອງຂອງປະຊາຊົນ; ເສີມຂະຫຍາຍລັກສະນະປະຊາທິປະໄຕຢູ່ຂັ້ນຮາກຖານ, ເພີ່ມທະວີການສົນທະນາ, ຮັບຟັງຄຳເຫັນຂອງປະຊາຊົນ, ຖືປະຊາຊົນເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ ແລະ ກຳລັງໜູນພັດທະນາ; ສ້າງອຳນາດການປົກຄອງຂັ້ນຮາກຖານໃຫ້ກະທັດລັດ, ຍອດຢ້ຽມ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ຕິດພັນກັບປະຊາຊົນ, ປະຕິບັດວຽກງານໜູນຊ່ວຍສັງຄົມໃຫ້ເປັນຢ່າງດີ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ. ທ່ານປະທານປະເທດ ຫວຽດນາມ ຢັ້ງຢືນວ່າ ພັກ, ລັດ ໄດ້ ແລະ ພວມເຮັດທຸກສິ່ງທຸກຢ່າງເພື່ອໜູນຊ່ວຍພໍ່ແມ່ປະຊາຊົນເຂດຖືກພາຍຸນ້ຳຖ້ວມກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ.

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ມອບເງິນຈຳນວນ 20 ຕື້ດົ່ງ ໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່າໜັງ

        ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມອບເງິນຈຳນວນ 20 ຕື້ດົ່ງ ໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່າໜັງ, ປະກອບສ່ວນຊ່ວຍໃຫ້ນະຄອນ ແກ້ໄຂຜົນເສຍຫາຍຍ້ອນໄພພິບັດທຳມະຊາດກໍ່ຂຶ້ນຢ່າງທັນການ; ມອບຂອງຂວັນໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນຕາແສງ ຢໍ່ໂໜຍ ແລະ 17 ບ້ານຂອງຕາແສງ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວນະໂຍບາຍດີເດັ່ນ…

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໄປຢື້ຢາມຖາມມຂ່າວ, ລະດົມກຳລັງໃຈພໍ່ແມ່ປະຊາຊົນເຂດຖືກຜົນກະທົບຍ້ອນນ້ຳຖ້ວມຢູ່ທ້ອງຖິ່ນ.


TAG
VOV/VOVworld/ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ/ເປັນ​ເຈົ້າ​ກຳ/ແມ່ນ​ເປົ້າ​ໝາຍ ແລະ ກຳ​ລັງ​ໜູນ​ພັດ​ທະ​ນາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ