logo

ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ລະ​ຫວ່າງ ສ​ສ​. ຫວຽດ​ນາມ ແລະ ສ. ບຸນ​ກາ​ຣີ

2025/10/24 | 08:50:59
(VOVWORLD) - ການສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຸນກາຣີ ແມ່ນເພື່ອແນໃສ່ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ທັງໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ເພີ່ມທະວີ ແລະ ປັບປຸງ ບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ
ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ  ແລະ ທ່ານ Rumen Radev ປະທານາທິບໍດີ ສ.ບຸນກາຣີ  (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ບຸນກາຣີຢ່າງເປັນທາງການ ຂອງທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໃນລະຫວ່າງວັນທີ 22 – 24 ຕຸລາ, ທ່ານ ເລຂາທິການໃຫຍ່ ໂຕເລິມ ຫວຽດນາມ ແລະ ທ່ານ Rumen Radev ປະທານາທິບໍດີ ສ.ບຸນກາຣີ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ບຸນກາຣີຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ການສ້າງຕັ້ງຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ບຸນກາຣີ ແມ່ນເພື່ອແນໃສ່ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່ທັງໃນການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ເພີ່ມທະວີ ແລະ ປັບປຸງ ບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ, ກໍ່ຄືຊຸກຍູ້ການສ້າງບັນດາກົນໄກໃໝ່ເພື່ອເຮັດໃຫ້ການຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ. ໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ, ຫວຽດນາມ ແລະ ບຸນກາຣີ ຈະສືບຕໍ່ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດເລິກເຊິ່ງກ່ວາອີກເພື່ອແນໃສ່ຮັບປະກັນຜົນປະໂຫຍດອັນແທດຈິງຂອງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ວັດທະນາຖາວອນ ຢູ່ທັງສອງພາກພື້ນ ແລະ ໂລກ.

TAG
VOV/VOVworld/ຫວຽດ​ນາມ/ສ.ບຸນ​ກາ​ຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ