logo

ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ເລື່ອງ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ອັງ​ກິດ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

2025/10/30 | 07:32:28
(VOVWORLD) - ຖະແຫຼງການຮ່ວມມີ 48 ມາດຕາ, ໃນນັ້ນເນັ້ນໜັກເຖິງ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອັງກິດຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນ 6 ເສົາຄ້ຳຫຼັກ
ທ່ານເລຂາທິການໃຫຍ່ ຫວຽດນາມ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer
(ພາບ: VOV)

ໃນຂອບເຂດການເດີນທາງໄປຢ້ຽມຢາມ ສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອຢ່າງເປັນທາງການ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຕອນບ່າຍວັນທີ 29 ຕຸລາ, ຫວຽດນາມ ແລະ ລາຊະອານາຈັກ ອັງກິດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງຍົກລະດັບການພົວພັນ ຫວຽດນາມ - ອັງກິດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ (ຖະແຫຼງການຮ່ວມ).

ຖະແຫຼງການຮ່ວມມີ 48 ມາດຕາ, ໃນນັ້ນເນັ້ນໜັກເຖິງ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ອັງກິດຊຸກຍູ້ເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນ 6 ເສົາຄ້ຳຫຼັກ ລວມມີ: ເພີ່ມທະວີການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ເພີ່ມທະວີການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ສາທາລະນະສຸກ, ຮ່ວມມືກ່ຽວກັບສິ່ງແວດລ້ອມ, ພະລັງງານ ແລະ ການຫັນເປັນສີຂຽວ, ເພີ່ມທະວີການຮ່ວມມືດ້ານການສຶກສາ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ, ບັນດາສິດສະເໝີພາບ ແລະ ບັນດາຂົງເຂດອື່ນໆ, ເພີ່ມທະວີການສົມທົບກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ.

ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ເຫັນດີເປັນເອກະພາບສ້າງການພົວພັນຄູ່ຮ່ວມມືດ້ານພະລັງງານສະອາດ ຫວຽດນາມ - ອັງກິດລະຫວ່າງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງລາຊະອານາຈັກ ອັງກິດ, ເພື່ອແນໃສ່ຍູ້ໄວວິວັດການຫັນເປັນດີຈີຕອນເສດຖະກິດມີການປ່ອຍທາດກາກບອນຕ່ຳ ແລະ ມີຄວາມສາມາດທົນທານສູງຢູ່ທັງສອງປະເທດ.

TAG
VOV/VOVworld/ຫວຽດ​ນາມ/ອັງ​ກິດ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ