logo

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

2025/12/13 | 09:51:31
(VOVWORLD) - ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.
 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດມີບົດບາດສຳຄັນ ແລະ ມີຄວາມໝາຍຍຸດທະສາດ, ພັກ, ລັດໄດ້ໃຫ້ຄວາມເອົາໃຈໃສ່ຊີ້ນຳ, ນຳພາເປັນພິເສດ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ບັນດາວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໃນໄລຍະຜ່ານມາບັນລຸໄດ້ໝາກຜົນພົ້ນເດັ່ນຫຼາຍຢ່າງ.

        “ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດໄດ້ມີການປະກອບສ່ວນຢ່າງເປັນເຈົ້າການ ແລະ ຕັ້ງໜ້າເພື່ອໃຫ້ສຽງເວົ້າເອກະລາດ, ເປັນເຈົ້າຕົນເອງ, ຊອບທຳຂອງ ຫວຽດນາມ ໄດ້ສະແດງອອກໃນເວທີສາກົນ; ເຜີຍແຜ່ໂຄສະນາເຖິງເພື່ອນມິດສາກົນກ່ຽວກັບພາບພົດປະເທດ ຫວຽດນາມ ທີ່ເປັນສະຖຽນລະພາບ - ຂະຫຍັນຂັນເຄື່ອນ - ມີຄວາມຮັບຜິດຊອບ - ຈິງໃຈ - ມີຄວາມໄວ້ເນື້ອເຊື່ອໃຈ - ມີສີສັນເປັນເອກະລັກ - ສະໜິດສະໜົມ ເພື່ອເຮັດໃຫ້ໂລກມີຄວາມເຂົ້າໃຈຢ່າງຖືກຕ້ອງ, ຄົບຖ້ວນ, ເລິກເຊິ່ງກວ່າກ່ຽວກັບຈິດໃຈ, ຈັນຍາບັນ ແລະ ພາບພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ; ຜ່ານນັ້ນ ປະກອບສ່ວນຍູ້ແຮງການພົວພັນກັບບັນດາປະເທດ, ຄູ່ຮ່ວມມືສາກົນ, ສ້າງສະພາບແວດລ້ອມ, ເງື່ອນໄຂສະດວກແກ່ການພັດທະນາປະເທດຊາດ”.

ກຸ່ມນັກຂ່າວຂອງ VOV ໄດ້ຮັບລາງວັນທີ 1 ປະເພດລາຍການກະຈາຍສຽງ

ນັກຂ່າວ ເລເຟືອງແຄັງ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ, ຜູ້ຕາງໜ້າໃຫ້ກຸ່ມນັກຂຽນຍາດໄດ້ລາງວັນທີ 1 ປະເພດລາຍການກະຈາຍສຽງ ດ້ວຍຜົນງານທີ່ມີຫົວຂໍ້ “ຈາກສັດຕູກາຍເປັນເພື່ອນມິດ: ກຳລັງແຮງທີ່ມິດງຽບແຫ່ງຄວາມມານະພະຍາຍາມຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ”, ແບ່ງປັນວ່າ:

        “ເມື່ອໄດ້ຮັບລາງວັນນີ້, ຂ້າພະເຈົ້າບໍ່ມີວັນລືມມື້ທຳອິດທີ່ພວກຂ້າພະເຈົ້າເດີນທາງຈາກ ຮ່າໂນ້ຍ ເຂົ້າໄປ ກວາງຈິ ເພື່ອສາມາດເຫັນກັບຕາ ກໍຄືຮັບຟັງບັນດາເລື່ອງລາວ, ບັນດາຄຳແບ່ງປັນຂອງບຸກຄົນທີ່ພວມມານະພະຍາຍາມຊອກຫາທະຫານ ອາເມລິກາ ຫາຍສາຍສູນໃນປາງສົງຄາມ. ເຂົາເຈົ້າໄດ້ເລົ່າເລື່ອງລາວຫຼາຍເລື່ອງທີ່ຕື້ນຕັນໃຈ. ນັກຂ່າວພວກຂ້າພະເຈົ້າຕື້ນຕັນໃຈທີ່ສຸດ”.

        ປີນີ້, ຄະນະຈັດຕັ້ງການເສັງໄດ້ຮັບບົດເຂົ້າຮ່ວມການເສັງກວ່າ 2.400 ຜົນງານ ໃນ 8 ປະເພດ, ເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ປະລິມານສະເລ່ຍຂອງປີກ່ອນໆ.

ກິມຫຼຽວ

TAG
VOV/VOVworld/ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​/ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ