logo

“ຖ້ຽວບິນ startup” ສ້າງຈິດໃຈນະວັດຕະກຳລວມ ຫວຽດນາມ - ອິນເດຍ

2025/11/12 | 07:14:33
(VOVWORLD) -  ຂໍ້ລິເລີ່ມມຸ່ງໄປເຖິງສວນເພາະກ້າຄວາມສາມາດບົ່ມຊ້ອນ, ຊຸກຍູ້ມາດຕະການປະດິດຄິດສ້າງໃນ 4 ຂົງເຂດໃຫ້ບຸລິມະສິດ, ລວມມີ: ຊອບແວ ແລະ ຂໍ້ມູນ/AI, ການຄ້າເອເລັກໂຕນິກ ແລະ ຂາຍຍ່ອຍ, ເຕັກໂນໂລຊີການສຶກສາ, ຄົມມະນາຄົມສົນສົ່ງ ແລະ Logistics.

ວັນທີ 11 ພະຈິກ, ຖ້ຽວບິນ startup – StartupFlight, ເຊິ່ງເປັນຂໍ້ລິເລີ່ມໂດຍສູນ startup ແຫ່ງຊາດ ຫວຽດນາມ, ສວນເພາະກ້ານະວັດຕະກຳ Amitry (ອິນເດຍ) ແລະ ບໍລິສັດການບິນ Vietjet ປຸກລະດົມ ໄດ້ເລີ່ມຕົ້ນຢ່າງເປັນທາງການ. ລາຍການເພື່ອແນໃສ່ເຊື່ອມຕໍ່ລະບົບນະວັດຕະກຳລະຫວ່າງ ຫວຽດນາມ ແລະ ອິນເດຍ.

ຂໍ້ລິເລີ່ມມຸ່ງໄປເຖິງສວນເພາະກ້າຄວາມສາມາດບົ່ມຊ້ອນ, ຊຸກຍູ້ມາດຕະການປະດິດຄິດສ້າງໃນ 4 ຂົງເຂດໃຫ້ບຸລິມະສິດ, ລວມມີ: ຊອບແວ ແລະ ຂໍ້ມູນ/AI, ການຄ້າເອເລັກໂຕນິກ ແລະ ຂາຍຍ່ອຍ, ເຕັກໂນໂລຊີການສຶກສາ, ຄົມມະນາຄົມສົນສົ່ງ ແລະ Logistics.

ທ່ານ ຈູກວາງຖາຍ, ປະທານສະພາກໍ່ຕັ້ງເຄືອຂ່າຍສະຫະພັນບັນດາປະເທດ startup, ໃຫ້ຮູ້ວ່າ:

ພວກເຮົາຮູ້ວ່າ ຕະຫຼາດ ອິນເດຍ ມີປະຊາກອນຫຼາຍກວ່າໝູ່ໃນໂລກ. ການມີໜ້າຂອງບັນດາ startup ອິນເດຍ ຈະເປີດພາກໃໝ່. ນັ້ນແມ່ນພວກເຮົາຈະຂຸດຄົ້ນ, ພັດທະນາຕະຫຼາດ ອິນເດຍ ຢູ່ ອິນເດຍ ແລະ ຂຸດຄົ້ນຕະຫຼາດ ອິນເດຍ ຢູ່ ຫວຽດນາມ. ຂ້າພະເຈົ້າຄິດວ່າ ໃນຮອບເວລາປະມານ 6 ເດືອນ ພວກເຮົາຈະເຫັນບັນດາໂຄງການທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງປະກົດຂຶ້ນ”.

TAG
VOV/VOVworld/​ບົ່ມ​ຊ້ອນ/ຊຸກ​ຍູ້​/ມາດ​ຕະ​ການ/​ປະ​ດິດ​ຄິດ​ສ້າງ​

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ