logo

ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

2025/10/10 | 15:23:00
(VOVWORLD) -  ຫວຽດນາມ ຖື ລັດເຊຍ ເປັນຄູ່ຮ່ວມມືຍຸດທະສາດສຳຄັນຢ່າງສະເໜີຕົ້ນສະເໝີປາຍ, ພ້ອມທັງປາດຖະໜາຈະພ້ອມກັບ ລັດເຊຍ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເສົາຄ້ຳເຊັ່ນ ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ - ນ້ຳມັນອາຍແກັດ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ວັດທະນະທຳມະນຸດ. 
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານ Dmitry Medvedev ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ ສປປ.ເກົາຫຼີ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກແຮງງານ ສປປ.ເກົາຫຼີ ຄົບຮອບ 80 ປີ (10/10/1945 - 10/10/2025), ວັນທີ 10 ຕຸລາ, ຢູ່ນະຄອນຫຼວງ ພຽງຢາງ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ Dmitry Medvedev ປະທານພັກປະເທດ ລັດເຊຍ ເອກະພາບ, ຮອງປະທານສະພາຄວາມໝັ້ນຄົງ ສະຫະພັນ ລັດເຊຍ.

          ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຫວຽດນາມ ຖື ລັດເຊຍ ເປັນຄູ່ຮ່ວມມືຍຸດທະສາດສຳຄັນຢ່າງສະເໜີຕົ້ນສະເໝີປາຍ, ພ້ອມທັງປາດຖະໜາຢາກຈະພ້ອມກັບ ລັດເຊຍ ເປີດກວ້າງການຮ່ວມມືໃນບັນດາຂົງເຂດເສົາຄ້ຳເຊັ່ນ ການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພະລັງງານ - ນ້ຳມັນອາຍແກັດ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ - ວັດທະນະທຳມະນຸດ. ສອງຝ່າຍເຫັນດີສືບຕໍ່ເສີມຂະຫຍາຍຊ່ອງທາງຮ່ວມມືລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະເທດລັດເຊຍ ເອກະພາບ. ສອງຝ່າຍກໍແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຍົກສູງບົດບາດຂອງ ສປຊ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ອາຊຽນ.

ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ ຫຼີຊຽນ ກຳມະການຄະນະປະຈຳກົມການເມືອງ, ນາຍົກລັດຖະມົນຕີ ຈີນ (ພາບ: TTXVN)

          ຕອນຄ່ຳຂອງວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ພົບປະກັບທ່ານ ຫຼີຊຽນ ກຳມະການຄະນະປະຈຳກົມການເມືອງ, ນາຍົກລັດຖະມົນຕີ ຈີນ.

 

TAG
VOV/VOVworld/ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ/ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ