logo

ທັດສະນີຍະພາບນະຄອນຫຼວງຮ່າໂນ້ຍສວຍງາມ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ

2020/4/10 | 01:52:00

(VOVWORLD) -ໃນຊຸມວັນທີ່ປະຊາຊົນປະຕິບັດຄຳສັ່ງຂອງ ນາຍົກລັດຖະມົນຕີວ່າດ້ວຍການແຍກຫ່າງໃນສັງຄົມ, ຖະໜົນສາຍຕ່າງໆໃນຮ່າໂນ້ຍມີຄວາມງຽບສະງັດ, ເປົ່າປ່ຽວ, ແຕ່ກໍ່ມີຄວາມງາມເປັນເອກະລັກສະເພາະ.

ຖະໜົນຟານດິ່ງຟຸ່ງ ເຕັມໄປດ້ວຍໃບໄມ້ຫຼົ່ນ, ຕາມປົກກະຕິຢູ່ຖະໜົນສາຍນີ້ກໍ່ມີນັກຖ່າຍຮູບຫຼາຍຄົນມາເຄື່ອນໄຫວແຕ່ປັດຈຸບັນພັດເປົ່າປ່ຽວ, ງຽບສະງັດ
ຖະໜົນອຽນຟຸ້ກໍ່ເຫັນລົດບໍ່ເທົາໃດຄັນແລ່ນຜ່ານ, ທຸກຄົນຕ່າງກໍ່ໃຊ້ຜ້າອັດປາກ
ຫໍນ້ຳໃນຖະໜົນຮ່າງເດົ້າເພີ່ມຄວາມງາມໃນລະດູໃບໄມ້ປ່ຽນສີ
ທາງແຄມໜອງໂຮ່ໄຕໃນຍາມຕອນບ່າຍມີແສງແດດ, ທ້ອງຟ້າແຈ່ມໃສ ແຕ່ກໍ່ບໍ່ເຫັນຄົນໄປມາ
ຖະໜົນ ຍາເທີ ຊຶ່ງແມ່ນຖະໜົນມີໂບດໃຫຍ່ ແລະ ມີຮ້ານ ກາເຟ ຫຼາຍຮ້ານ, ຕາມປົກກະຕິກໍ່ມີແຂກທ່ອງທ່ຽວມານັ່ງດື່ມກາເຟຢ່າງຫຼວງຫຼາຍແຕ່ໃນຊຸມວັນນີ້ກໍ່ເປົ່າປ່ຽວ, ທຸກໆຮ້ານກໍ່ປິດປະຕູ
3 ແຍກ ຕະຮຽນ - ເລືອງງອກກວຽນ ກ່ອນທີ່ຈະເກີດໂລກລະບາດ Covid – 19 ນີ້ແມ່ນໜຶ່ງໃນບັນດາສະຖານທີ່ມີຮ້ານກິນດື່ມຫຼາຍຮ້ານແລະມີແຂກຄົນມາເຕົ້າໂຮມຢ່າງໜ້າແໜ້ນທີ່ສຸດຢູ່ຮ່າໂນ້ຍ
4 ແຍກ ເກືອນາມ - ເລຢວນ ເຊິ່ງແມ່ນໜຶ່ງໃນຈຳນວນທາງ 4 ແຍກທີ່ໜ້າແໜ້ນທີ່ສຸດຢູ່ຮ່າໂນ້ຍ
ຖະໜົນຮ່າງດ່າວ ຮ້ານຂາຍເຄື່ອງທຸກໆຮ້ານລ້ວນແຕ່ປິດປະຕູ ນັບແຕ່ເມື່ອເກີດໂລກລະບາດ Covid – 19 ຖະໜົນຍ່າງ (ຕະຫຼາດກາງຄືນ)ໃນທ້າຍສັບປະດາຢູ່ແຫ່ງນີ້ໄດ້ຢຸດເຄື່ອນໄຫວຊົ່ວຄາວເພື່ອຫຼີກລ້ຽງການເຕົ້າໂຮມຫຼາຍຄົນ

TAG
VOV/VOVworld/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ