logo

ທະຫານກອງພົນໃຫຍ່ 34 ຍູ້ໄວຄວາມຄືບໜ້າກໍ່ສ້າງເຮືອນຢູ່ໃຫ້ແກ່ປະຊາຊົນ ຢາລາຍ ພາຍຫຼັງພາຍຸ, ນ້ຳຖ້ວມ

2025/12/7 | 11:34:37
(VOVWORLD) - ນັບແຕ່ວັນທີ 01 ທັນວາ, ກອງພົນໃຫຍ່ 34 (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງພ້ອມກັນໃນ “ບັ້ນ ກວາງຈຸງ”
(ກອງພົນໃຫຍ່ 34  ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງໃນ “ບັ້ນ ກວາງຈຸງ”, ເພື່ອມອບໃຫ້ບັນດາຄອບຄົວທີ່ເຮືອນຢູ່ໄດ້ຖືກຜົນເສຍຫາຍ)

ດ້ວຍເປົ້າໝາຍໃຫ້ປະຊາຊົນກັບຄືນສູ່ການດຳລົງຊີວິດທີ່ເປັນປົກກະຕິກ່ອນບຸນເຕັດປະຈຳຊາດ, ນັບແຕ່ວັນທີ 01 ທັນວາ, ກອງພົນໃຫຍ່ 34 (ກະຊວງປ້ອງກັນປະເທດ ຫວຽດນາມ) ໄດ້ຜັນຂະຫຍາຍການກໍ່ສ້າງເຮືອນຢູ່ 100 ຫຼັງພ້ອມກັນໃນ “ບັ້ນ ກວາງຈຸງ”, ເພື່ອມອບໃຫ້ບັນດາຄອບຄົວທີ່ເຮືອນຢູ່ໄດ້ຖືກຜົນເສຍຫາຍໃນເຫດເກີດເຫດພາຍຸ, ນ້ຳຖ້ວມຄັ້ງປະຫວັດສາດຢູ່ ຢາລາຍ ແລະ ດັກລັກ. ໃນນັ້ນ, ແຂວງ ຢາລາຍ ມີ 70 ຫຼັງ, ແຂວງ ດັກລັກ 30 ຫຼັງ.

ທ່ານພັນເອກພິເສດ ຟ້າມຮົ່ງເຊີນ, ຮອງກຳມະການການເມືອງ ໂຮງຮຽນການທະຫານ ກອງພົນໃຫຍ່ 34, ໃຫ້ຮູ້ວ່າ:

“ທ້ອງຖິ່ນ ແລະ ຄອບຄົວຈະຮັບຜິດຊອບການອອກແບບ, ສ່ວນກົມກອງຈະໜູນຊ່ວຍຜູ້ກໍ່ສ້າງ ແລະ ກຳລັງຂົນສົ່ງວັດສະດຸກໍ່ສ້າງ. ພວກຂ້າພະເຈົ້າຈັດການຮັບປະກັນພະລາທິການ, ຮັບປະກັນໃຫ້ອ້າຍນ້ອງມີສຸຂະພາບແຂງແຮງເພື່ອປະຕິບັດວຽກງານຂອງຕົນໃຫ້ເປັນຢ່າງດີ”.

TAG
VOV/VOVworld/ຄອບ​ຄົວ/​ເຮືອນ​ຢູ່/​ເສຍ​ຫາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ