logo

ທະ​ຫານ​ຍິງ ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ນຳ​ໜ້າ​ຂອງ​ແມ່​ຍິງ​ໃນ​ວຽກ​ງານ​ຮັກ​ສາ​ສັນ​ຕິ​ພາບ

2025/10/20 | 11:25:00
(VOVWORLD) -    ຜ່ານການພົບປະແລກປ່ຽນ, ເຂົາເຈົ້າບໍ່ພຽງແຕ່ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງເຫັນໄດ້ເຖິງ “ກຳລັງແຮງອ່ອນໂຍນ” ຂອງ ແມ່ຍິງ ຫວຽດນາມ ນຳມາໃຫ້.

ບັນດາທະຫານຍິງໂຮງໝໍກາງສະໜາມລະດັບ 2 ເລກ 7  ໃນວັນແມ່ຍິງ ຫວຽດນາມ 

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ ຄົບຮອບ 95 ປີ (20/10/1930 – 20/10/2025), ວັນປະກາດໃຊ້ມະຕິສະບັບເລກທີ 1325 ຂອງສະພາຄວາມໝັ້ນຄົງ ສປຊ ວ່າດ້ວຍ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົບ ຄົບຮອບ 25 ປີ (20/10/1930 – 20/10/2025), ວັນທີ 19 ຕຸລາ, ສະຫະພັນແມ່ຍິງຂັ້ນຮາກຖານໂຮງໝໍກາງສະໜາມລະດັບ 2 ເລກ 7 (BVDC 2.7) ໄດ້ຈັດການພົບປະແລກປ່ຽນວັດທະນະທຳ, ການໂອ້ລົມສົນທະນາຕາມຫົວເລືອ່ງສະເພາະ ຢູ່ Bentiu, ຊູດັງໃຕ້.

        ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານພົນຈັດຕະວາ ເຈືອງມາຍຮວາ, ປະທານສະຫະພັນແມ່ຍິງຂັ້ນຮາກຖານ BVDC 2.7 ໄດ້ຫວນຄືນມູນເຊື້ອທີ່ສະຫງ່າງາມຂອງແມ່ຍິງ ຫວຽດນາມ; ຢັ້ງຢືນຄວາມເອກອ້າງທະນົງໃຈ, ສະຕິຄວາມຮັບຜິດຊອບ ແລະ ນ້ຳໃຈອຸທິດສ່ວນຂອງທະຫານຍິງ ຫວຽດນາມ ແຕ່ລະຄົນທີ່ພວມປະຕິບັດໜ້າທີ່ຢູ່ຫ່າງໄກຈາກປະເທດຊາດ.

ລາຍການໄດ້ຊ່ວຍຮັດແໜ້ນສາຍພົວພັນ ແລະ ໂຄສະນາເຜີຍແຜ່ກ່ຽວກັບວັດທະນະທຳ ຫວຽດນາມ
ຜ່ານການພົບປະແລກປ່ຽນ, ເຂົາເຈົ້າບໍ່ພຽງແຕ່ມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ຫວຽດນາມ ເທົ່ານັ້ນ, ຫາກຍັງເຫັນໄດ້ເຖິງ “ກຳລັງແຮງອ່ອນໂຍນ” ຂອງ ແມ່ຍິງ ຫວຽດນາມ ນຳມາໃຫ້. ທ່ານ ຮ້ອຍເອກ Muchayeverwa Dhabu, ຫົວໜ້າພາກສ່ວນນັກສັງເກດການທະຫານ, ເຂດ Unity, ຄະນະ UNMISS  (ຊູດັງໃຕ້), ແບ່ງປັນວ່າ:

        “ຂ້າພະເຈົ້າຂໍອວຍພອນໄຊທີ່ມດີງາມທີ່ສຸດໃນພາລະກິດຂອງພວກເພື່ອນ ແລະ ຂ້າພະເຈົ້າກໍຕີລາຄາສູງບັນດາຄວາມມານະພະຍາຍາມ ເຊິ່ງພວກເພື່ອນພວມປະຕິບັດຢູ່ທີ່ນີ້. ບັນດາການປະກອບສ່ວນຂອງພວກເພື່ອນມຸ່ງໄປເຖິງການມອບສິດໃຫ້ແກ່ແມ່ຍິງ, ຊຸກຍູ້ຄວາມຫຼາກຫຼາຍຂອງພາກສາອັງກິດຢູ່ບັນດາບ່ອນທີ່ຍັງມີຄວາມສ່ຽງຊ້ອນແຝງຍ້ອນການປະທະກັນການທະຫານ. ຂໍຊົມເຊີຍ ແລະ ຂອບໃຈພວກເພື່ອນ”.

        ການພົບປະແລກປ່ຽນ ຍັງມີຫຼາຍກິດຈະກຳທີ່ຫຼາກຫຼາຍຮູບແບບຄື ແບ່ງປັນບົດຮຽນປະສົບການຕົວຈິງຂອງບັນດາທະຫານຍິງໃນການເຄື່ອນໄຫວຮັກສາສັນຕິພາບ, ການສະແດງສິລະປະ ແລະ ຊິມບັນດາເຍື່ອງອາຫານພື້ນເມືອງຂອງ ຫວຽດນາມ.

TAG
VOV/VOVworld​/ແມ່​ຍິງ​ໃນ​ວຽກ​ງານ​ຮັກ​ສາ​ສັນ​ຕິ​ພາບ/ວັນ​ແມ່​ຍິງ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ