logo

ທະ​ຫານ ອິດ​ສະ​ຣາ​ແອັນ ສືບ​ຕໍ່​ຍິງ​ປືນ​ເຂົ້າ​ຊາວ ປາ​ແລັດ​ສະ​ຕິນ ຢູ່​ເຂດ ກາ​ຊາ

2025/11/25 | 09:16:51
(VOVWORLD) -  ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ດຳເນີນການບຸກໂຈມຕີເລັ່ງໃສ່ກຸ່ມ 3 ມືປືນທີ່ຖືກສົງໄສວ່າ ໄດ້ຂ້າມຊາຍແດນຄຳຢູ່ເຂດ Khan Younis ໂດຍກອງທັບ ອິດສະຣາແອັນ ກຳລັງຄວບຄຸມ.
ປະຊາຊົນ ປາແລັດສະຕິນ ພັກຜ່ອນຢູ່ກາງຊາກຫັກພັງ, Khan Younis ເຂດ ກາຊາ ວັນທີ 24 ພະຈິກ 2025 
(ພາບ:  REUTERS/Ramadan Abed)

ສື່ມວນຊົນ ແລະ ວົງການຜູ້ມີໜ້າທີ່ຮັບຜິດຊອບດ້ານສາທາລະນະສຸກ ປາແລັດສະຕິນ ໃຫ້ຮູ້ວ່າ ຢ່າງໜ້ອຍສຸດມີ 3 ຄົນເສຍຊີວິດໃນສອງບັ້ນບຸກໂຕມຕີຕ່າງຫາກຂອງກອງທັບ ອິດສະຣາແອັນຢູ່ເຂດ ກາຊາ ໃນວັນທີ 24 ພະຈິກ. ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຢັ້ງຢືນວ່າ ກອງທັບອາກາດປະເທດນີ້ໄດ້ດຳເນີນການບຸກໂຈມຕີເລັ່ງໃສ່ກຸ່ມ 3 ມືປືນທີ່ຖືກສົງໄສວ່າ ໄດ້ຂ້າມຊາຍແດນຄຳຢູ່ເຂດ Khan Younis ໂດຍກອງທັບ ອິດສະຣາແອັນ ກຳລັງຄວບຄຸມ. IDF ຢັ້ງຢືນວ່າ ບັນດາມືປືນຖືກສົງໄສວ່າ ໄດ້ລະເມີດຄຳສັ່ງຢຸດຍິງທີ່ມີຜົນສັກສິດແຕ່ຕົ້ນເດືອນ ຕຸລາ ຢູ່ເຂດ ກາຊາ ແລະ ສ້າງຄວາມສ່ຽງນາບຂູ່ໂດຍກົງຕໍ່ທະຫານ ອິດສະຣາແອັນ, ເຮັດໃຫ້ທະຫານ ອິດສະຣາແອັນ ຈຳເປັນຕ້ອງດຳເນີນການກະທຳດັບສູນຄວາມສ່ຽງດັ່ງກ່າວ.

ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/ປາແລັດສະຕິນ/ອິດ​ສະ​ຣາ​ແອັນ/ບຸກ​ໂຈມ​ຕີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ