logo

ທ່ານ​ Donald Trump ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ ອັງ​ກິດ, ຝ​ລັ່ງ, ເຢຍ​ລະ​ມັນ ກ່ຽວ​ກັບ​ການ​ປະ​ທະ​ກັນ ຢູ​ແກຼນ

2025/12/11 | 09:13:40
(VOVWORLD) - ວັນທີ 10 ທັນວາ, ທ່ານ Donald Trump  ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ທ່ານ Keir Starmer  ນາຍົກລັດຖະມົນຕີ ອັງກິດ ແລະ ທ່ານ Friedrich Merz  ນາຍົກລັດຖະມົນຕີ່ ເຢຍລະມັນ ເພື່ອປຶກສາຫາລືກ່ຽວກັບການປະທະກັນກັບ ຢູແກຼນ.
ທ່ານ Donald Trump  ປະທານາທິບໍດີ ອາເມລິກາ (ພາບ: REUTERS/Jonathan Ernst)

ຕາມທຳນຽບຂາວແລ້ວ, ບັນດາການໂອ້ລົມທາງໂທລະສັບໄດ້ດຳເນີນໃນສະພາບການທ່ານ Donald Trump  ປະທານາທິບໍດີ ອາເມລິກາ ສືບຕໍ່ມີບັນດາການກະທຳຊຸກຍູ້ເພື່ອຢຸດຕິການປະທະກັນ ພ້ອມທັງສະແດງຄວາມສົງໄສຕໍ່ຄວາມອາດສາມາດ “ໄຊຊະນະຂອງ Kiev”.

ທຳນຽບຂາວ ກໍໃຫ້ຮູ້ວ່າ ບັນດາການນຳ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ໄດ້ປຶກສາຫາລືກ່ຽວກັບການຜັນແປຫຼ້າສຸດຂອງບັນດາການເຈລະຈາໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ຊົມເຊີຍບັນດາຄວາມມານະພະຍາຍາມຢຸດຕິການປະທະກັນ ເພື່ອແນໃສ່ບັນລຸໄດ້ພື້ນຖານສັນຕິພາບທີ່ຍຸຕິທຳ ແລະ ຍາວນານໃຫ້ແກ່ ຢູແກຼນ. ບັນດາການນຳ 4 ປະເທດເຫັນດີວ່າ ບັນດາການປຶກສາຫາລືກ່ຽວກັບແຜນການສັນຕິພາບຈະສືບຕໍ່ດຳເນີນໃນໄລຍະຈະມາເຖິງ ແລະ ນີ້ແມ່ນຈຸດເວລາແກ່ນສານສຳລັບ ຢູແກຼນ ກໍຄືກັບຄວາມໝັ້ນຄົງລວມຂອງພາກພື້ນ ເອີຣົບ.

ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ ອັງ​ກິດ/ຝ​ລັ່ງ/ເຢຍ​ລະ​ມັນ/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ