logo

ທ່ານ Esteban Lazo Hernandez ປະ​ທານ​ສະ​ພາແຫ່ງ​ຊາດ ກູ​ບາ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

2025/9/30 | 09:33:04
(VOVWORLD) - ການຢ້ຽມຢາມ ຫວຽດນາມ ຂອງທ່ານ Esteban Lazo Hernandez ໄດ້ດຳເນີນໃນປີມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກູບາ ຄົບຮອບ 65 ປີ (1960 – 2025) ແລະ ນີ້ແມ່ນຄັ້ງທີ 5 ທີ່ທ່ານ Esteban Lazo Hernandez ມີການຢ້ຽມຢາມ ຫວຽດນາມ ໃນຖານະເປັນປະທານສະພາແຫ່ງຊາດ ກູບາ
ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອົງການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ສາທາລະນະລັດ ກູບາ  (ພາບ: TTXVN)

ຕອນເຊົ້າວັນທີ 30 ກັນຍາ, ທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອົງການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ສາທາລະນະລັດ ກູບາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເປັນປະທານຮ່ວມວາລະປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ກູບາ, ແຕ່ວັນທີ 30 ກັນຍາ ຫາວັນທີ 5 ຕຸລາ, ຕາມຄຳເຊື້ອເຊີນຂອງທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ. ຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບ່າຍ ມີທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ດັ້ງຮວ່າງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ; ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ ກູບາ ປະຈຳ ຫວຽດນາມ.

ການຢ້ຽມຢາມ ຫວຽດນາມ ຂອງທ່ານ Esteban Lazo Hernandez ໄດ້ດຳເນີນໃນປີມິດຕະພາບສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກູບາ ຄົບຮອບ 65 ປີ (1960 – 2025) ແລະ ນີ້ແມ່ນຄັ້ງທີ 5 ທີ່ທ່ານ Esteban Lazo Hernandez ມີການຢ້ຽມຢາມ ຫວຽດນາມ ໃນຖານະເປັນປະທານສະພາແຫ່ງຊາດ ກູບາ. ຕາມທ່ານ ເລກວາງລອງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ກູບາ ແລ້ວ, ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນໃນຫຼາຍດ້ານ, ເພາະວ່ານີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງປະຈຳປີລະຫວ່າງສອງສະພາແຫ່ງຊາດເທົ່ານັ້ນ, ຫາກຍັງແມ່ນເຫດການການເມືອງ - ການທູດທີ່ມີຜົນກະທົບຢ່າງໃຫຍ່ຫຼວງ, ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ກູບາ ໃຫ້ຫຼາຍກວ່າເກົ່າອີກດ້ວຍ.

TAG
VOV/VOVworld/ປະທານສະພາແຫ່ງຊາດ ອົງການປົກຄອງປະຊາຊົນ/ຢ້ຽມ​ຢາມ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ