logo

ທ່ານ He Wei ​ເອກ​ອັກ​ຄະ​ລັດ​ຖະທູດ ຈີນ:ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ຈະ​ສ້າງ​ຂຶ້ນ 3 ບາດ​ກ້າວ​ບຸກ​ທະ​ລຸ​ໃຫຍ່

2026/1/22 | 08:57:06
(VOVWORLD) - ທ່ານ He Wei  ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຖືວ່າ 5 ປີຈະມາເຖິງຈະແມ່ນໄລຍະ ຫວຽດນາມບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານ ແລະ ບຸກທະລຸຢ່າງແຮງ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະ ທີ່ຕັ້ງບົດບາດສາກົນ
ທ່ານ He Wei  ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ (ພາບ: TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວ ຫວຽດນາມ ເນື່ອງໃນໂອກາດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ພວມດຳເນີນຢູ່ຮ່າໂນ້ຍ, ທ່ານ He Wei  ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ເຊື່ອໝັ້ນວ່າ ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈະເປີດສັງກາດພັດທະນາໃໝ່, ສ້າງກຳລັງໜູນຢ່າງແຮງໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານ He Wei  ເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ຖືວ່າ 5 ປີຈະມາເຖິງຈະແມ່ນໄລຍະ ຫວຽດນາມບັນລຸໄດ້ບາດກ້າວພັດທະນາຢ່າງຮອບດ້ານ ແລະ ບຸກທະລຸຢ່າງແຮງ ກ່ຽວກັບຄວາມສາມາດບົ່ມຊ້ອນຂອງປະເທດຊາດ ແລະ ທີ່ຕັ້ງບົດບາດສາກົນ. ອາດສັງລວມຢູ່ສາມບາດກ້າວບຸກທະລຸໃຫຍ່ນັ້ນແມ່ນ: ທີໜຶ່ງ, ບຸກທະລຸກ່ຽວກັບຄວາມສາມາດໃນການຄຸ້ມຄອງບໍລິຫານປະເທດຊາດ; ທີສອງ, ບຸກທະລຸກ່ຽວກັບຄວາມສາມາດບົ່ມຊ້ອນສັງລວມຂອງປະເທດຊາດ ແລະ ທີສາມແມ່ນບຸກທະລຸກ່ຽວກັບລະດັບຜົນສະທ້ອນ ແລະ ທີ່ຕັ້ງບົດບາດສາກົນ.

TAG
VOV/VOVworld/He Wei/​ເອກ​ອັກ​ຄະ​ລັດ​ຖະທູດ/ຈີນ/ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV/​ພັກ​ກອມ​ມູ​ນິ​ດ/ຫວຽດ​ນາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ