logo

ທ່ານ Trump ເຊັນ​​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້ TikTok ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່ ອາ​ເມ​ລິ​ກາ

2025/9/26 | 10:03:25
(VOVWORLD) - ວັນທີ 25 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະບັນຍັດວ່າດ້ວຍການໃຫ້ສັດຕະຍາບັນຂໍ້ຕົກລົງກັບ ຈີນ ຜ່ານນັ້ນ ກໍອະນຸຍາດໃຫ້ TikTok ສືບຕໍ່ເຄື່ອນໄຫວຢູ່ ອາເມລິກາ.
ໂລໂກ TikTok (ພາບ:THX/TTXVN)

ຂໍ້ຕົກລົງ ເຊິ່ງທ່ານປະທານາທິບໍດີ Trump ໃຫ້ສັດຕະຍາບັນແມ່ນໄດ້ອະນຸຍາດໃຫ້ຂາຍ TikTok ຈາກບໍລິສັດ ByteDance ຢູ່ ຈີນ ໄປຍັງກຸ່ມບັນດານັກລົງທຶນ ອາເມລິກາ. ໂຄງສ້າງຂໍ້ຕົກລົງໃໝ່ຈະສ້າງບໍລິສັດຮ່ວມດຳເນີນທຸລະກິດມີສຳນັກງານຕັ້ງຢູ່ ອາເມລິກາ, ໃນນັ້ນ ByteDance ພຽງແຕ່ຖືຫຸ້ນຕ່ຳກວ່າ 20% ເທົ່ານັ້ນ. ເນື້ອໃນສຳຄັນໜຶ່ງຂອງຂໍ້ຕົກລົງນີ້ ແມ່ນຂໍ້ມູນຜູ້ນຳໃຊ້ ຊາວ ອາເມລິກາ ຈະໄດ້ສຳເນົາໃນດິນແດນ ອາເມລິກາ ແລະ ໂດຍ Oracle, ກຸ່ມບໍລິສັດຊອບແວ ແລະ cloud Computing, ຕິດຕາມກວດກາ. ນອກຈາກນັ້ນ, ສູດການຄິດໄລ່ເຈາະຈິ້ມເນື້ອໃນຂອງ TikTok ກໍຈະໄດ້ຮັບການຝຶກອົບຮົມຄືນ ແລະ ຕິດຕາມກວດກາຢ່າງລຽນຕິດເພື່ອຮັບປະກັນບໍ່ໃຫ້ຖືກຄອບງຳຈາກພາຍນອກ.

        ຂໍ້ຕົກລົງນີ້ ແມ່ນເພື່ອແນໃສ່ຮັບປະກັນ TikTok ປະຕິບັດຕາມກົດໝາຍສອງພັກໂດຍສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາເມື່ອປີ 2024, ຕາມນັ້ນແລ້ວແຟຼດຟອມ ຈະຖືກຫ້າມ ຖ້າບໍ່ໄດ້ຂາຍຄືນໃຫ້ບັນດາຜູ້ກຳມະສິດ ອາເມລິກາ ໃນປີ 2025 ນີ້.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/TikTok/cloud Computing/ອ​າ​ເມ​ລິ​ກາ ໃຫ້ສັດຕະຍາບັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ