ຂ່າວເດັ່ນ
ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ 2025
ຫວຽດນາມ - ສັງກາດບຸກບືນ
ລາຍການ ຫວຽດນາມ - ລາວ, ລາວ - ຫວຽດນາມ
ຊາຍຄາອາຊຽນ
ເສດຖະກິດ
ເລື່ອງລາວເຂດບ້ານນາ
☰
ໜ້າຫຼັກ
ທ່ານ V.Putin ດຳເນີນການທາບທາມຄຳເຫັນ ສ້າງຕັ້ງລັດຖະບານໃໝ່
2012/3/9 | 09:21:01
ປະທານາທິບໍດີລັດເຊຍ V.Putin ດຳເນີນການທາບທາມຄຳເຫັນສ້າງຕັ້ງລັດຖະບານໃໝ່
ທ່ານນາຍົກລັດຖະມົນຕີລັດເຊຍ V.Putin
(ພາບ:thanhnien.com.vn)
( vovworld ) – ທ່ານນາຍຍົກລັດຖະມົນຕີລັດເຊຍ V.Putin ຜູ້ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີລັດເຊຍ ໃນການເລືອກຕັ້ງຫວ່າງແລ້ວນີ້ ໄດ້ເລີ່ມດຳເນີນການທາບທາມຄຳເຫັນຄັ້ງຕ່າງໆ ເພື່ອສ້າງຕັ້ງລັດຖະບານໃໝ່. ຄຳປະກາດດັ່ງກ່າວ ໂດຍທ່ານ V.Putin ຍົກອອກມາ ໃນການພົບປະກັບປະທານາທິບໍດີ D.Medvedev. ທ່ານ V.Putin ເນັ້ນໜັກວ່າຈະເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນລັດເຊຍ ໝົດທຸກຄົນ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີໄດ້ພ້ອມກັບບັນດາທ່ານສະມາຊິກລັດຖະບານ ດຳເນີນການປະຊຸມ ປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດຂອງປະເທດຊາດ, ໃນນັ້ນ ໄດ້ຍົກອອກໜ້າທີ່ຕົ້ນຕໍແມ່ນຮັກສາດັດຊະນີເສດຖະກິດມະຫາພາກ ແລະ ບັນດາທິດພັດທະນາທີ່ດີໃນຊຸມປີຜ່ານມາ. ທ່ານນາຍົກລັດຖະມົນຕີ V.Putin ຢືນຢັນວ່າ ບັນດາບັນຫາສັງຄົມ ສາມາດແກ້ໄຂໄດ້ ບົນພື້ນຖານຮັບປະກັນລະດັບການພັດທະນາເສດຖະກິດເປັນປົກກະຕິ.
ແລະ ກໍໃນການພົບປະຄັ້ງນີ້, ທ່ານນາຍົກລັດຖະມົນຕີ V.Putin ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຮັດວຽກເພື່ອຜົນປະໂຫຍດຂອງປະເທດຊາດ, ພ້ອມທັງຢືນຢັນວ່າ ໂຄງການຫາສຽງເລືອກຕັ້ງທັງໝົດຂອງທ່ານ ກ່ຽວຂ້ອງເຖິງ 4 ຂົງເຂດຕົ້ນຕໍ ລວມມີ: ການປະຕິຮູບລະບົບການເມືອງ ແລະ ເສີມຂະຫຍາຍປະຊາທິປະໄຕ; ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ; ເພີ່ມທະວີການປ້ອງກັນຊາດ ແລະ ປັບປຸງຄວາມສະຫງົບປອດໄພແຫ່ງຊາດ; ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ ຈະຖືກນຳເຂົ້າສູ່ຊີວິດຢ່າງສະເໝີຕົ້ນສະເໝີປາຍ ໃນເວລາ 6 ປີທີ່ທ່ານດຳລົງຕຳແໜ່ງປະມຸກລັດແຫ່ງສະຫະພັນລັດເຊຍທີ່ຈະມາເຖິງນີ້.
TAG
ທາບທາມຄຳເຫັນ
ຂ່າວ/ບົດອື່ນ
ທ່ານເລຂາທິການໃຫຍ່ ໂຕເລີມ: ບໍ່ປະໃຫ້ເກີດສະ
31/03/2026
ດັດຊະນີການປະຕິຮູບການບໍລິຫານປີ 2025 ຂອງ
ຫວຽດນາມ ສະເໜີຊຸກຍູ້ການຮ່ວມມືຢ່າງເລິກເຊິ່
VIDEO
ຫວຽດນາມ - 1 ໃນບັນດາສະຖານທີ່ປາຍທາງງາມທີ່ສຸດໃນໂລກ
ຈຸດນັດພົບນັບພັນປີ
ດອກເຂັມປ່າ ບານສະພັ່ງ - “ທິດາ” ຂອງເຂດພູຜາປ່າໄມ້ ຢາລ
Lo más Popular
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ແທັງຮວ໊າ ປີ 2026
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ແທັງຮວ໊າ ປີ 2026
ນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະຊີ້ນຳກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06
Emisiones de la semana
31/03/2026
30/03/2026
29/03/2026
Eventos
Vietnam, un país emprendedor
Soberanía vietnamita en mar e islas
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວປະມົງ 5.600 ຄົນໄດ້ຮັບການໜູນຊ່ວຍໃນໂຄງການ “ພ້ອມກັບຊາວປະມົງດັງໄຟຢູ່ທະເລ”
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ
ນັກຊ່ຽວຊານ ຢູແກຼນ ຢັ້ງຢືນບົດບາດຂອງກົດໝາຍສາກົນໃນບັນຫາຢູ່ທະເລຕາເວັນອອກ