logo

ທ່ານ​ນາງ Nguyen Thi Kim Ngan ຕ້ອນຮັບ​ອະດີດ​ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ອາ​ເມ​ລິ​ກາ

2012/4/20 | 08:28:48

ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Thi Kim Ngan ຕ້ອນຮັບ​ອະດີດ​ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ອາ​ເມ​ລິ​ກາ


(ພາບ:vietnamplus.vn)

( vovworld ) – ​​ຕອນ​ບ່າຍ​ວັນ​ທີ 19/4, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Thi Kim Ngan ​ໄດ້ໃຫ້ການ​ຕ້ອນຮັບທ່ານ​ນາງ  Susan Schwab ​ອະດີດ​ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ອາ​ເມ​ລິ​ກາ ຊື່​ງພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Thi Kim Ngan ​ເນັ້ນໜັກ​ວ່າ ຫວຽດນາມ ຖື​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ນີ້​ກ່ວາ​ອີກ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Thi Kim Ngan ຕີ​ລາຄາ​ສູງ​ບັນດາ​ການ​ແບ່ງປັນ​ກ່ຽວ​ກັບ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ສະບັບ​ຕ່າງໆ ຂອງທ່ານ​ນາງ  Susan Schwab ​ອະດີດ​ຜູ້ຕາງໜ້າ​ດ້ານ​ການ​ຄ້າ​ອາ​ເມ​ລິ​ກາ ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ເມື່ອ​ຕອນ​ເຊົ້າວັນ​ທີ 19/4 ​ໂດຍ​ຄະນະ​ກຳມາທິການການພົວພັນ​ກັບ​ຕ່າງປະ​ເທດ ຂອງ​ສະພາ​ແຫ່ງ​ຊາດ ສົມທົບ​ກັບ​ອົງການ​ພັດທະນາ​ສາກົນ​ຂອງ​ອາ​ເມ​ລິ​ກາ ຈັດຕັ້ງຂຶ້ນ ​ແລະ ທ່ານ​ນາງ​ເນັ້ນໜັກ​ວ່າ​ຫວຽດນາມ ​ໄດ້ ​ແລະ ພວມ​ເຂົ້າຮ່ວມ​ບັນດາ​ກົນ​ໄກ​ຮ່ວມ​ມື​ສາກົນ ​ແລະ ພາກ​ພື້ນ​ ​ເພື່ອ​ແນ​ໃສ່​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊີ່ງ​ກ້ວາງ​ຂວາງ​ເຂົ້າ​ໃນ​ຊີວິດດ້ານ​​ເສດຖະກິດ​ສາກົນ. ທ່ານ​ນາງ  Susan Schwab ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ຜົນ​ງານ​ແຫ່ງ​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ​ທີ່​ຜ່ານ​ມາ ກໍ​ຄື​ບັນດາ​ນະ​ໂຍາຍ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ຊຸກຍູ້​ເສດຖະກິດ​ການ​ຕະຫຼາດ​ຂອງ ຫວຽດນາມ ​ໃນ​ປະຈຸ​ບັນ. ທ່ານ​ນາງ  Susan Schwab ກໍ​ຢືນຢັນ​ວ່າ​ຈະ​ສືບ​ຕໍ່​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ.

TAG
Nguyen Thi Kim Ngan

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ