vovworld - ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ນຳຫນ້າ ໄດ້ມາຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 5-10/3.




ພາຍຫລັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ
ຫງວຽນທິກີມເງິນ ໄດ້ເປັນເຈົ້າພາບການເຈລະຈາ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ
ຫງວຽນທິກີມເງິນທີ່ການເຈລະຈາ.

ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ.

ການຢ້ຽມຢາມສັດຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້,ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ ນຳຫນ້າ ເພື່ອແນໃສ່ສືບຕໍ່ພັດທະນາການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ-ຫວຽດນາມ.

ການຢ້ຽມຢາມເພື່ອແນໃສ່ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການແລກປ່ຽນຄະນະການນຳຂັ້ນສູງຂອງສະພາແຫ່ງຊາດກໍຄືບັນດາການຮ່ວມມືອື່ນຕາມເນື້ອໃນຈິດໃຈຂໍ້ຕົກລົງຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດລາວ.

ການຢ້ຽມຢາມດຳເນີນໃນສະພາບການສອງປະເທດພວມມຸ່ງໄປສູ່ການສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະລາວ ປີ 2017.

ພາຍຫລັງການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ພ້ອມກັນດຳເນີນພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະລາວ.

ປະທານສະພາແຫ່ງຊາດທັງສອງທ່ານນາງພ້ອມກັນເປັນສັກຂີພິຍານພິທີລົງນາມ
ໃນຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ
ແລະ ຫ້ອງວ່າການສະພາແຫ່ງຊາດລາວ.







