logo

ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບການນຳກອງທຶນ UNICEF ແລະ ຄະນະກຳມະການ CRC

2025/11/27 | 09:41:15
(VOVWORLD) - ທ່ານນາງ June Kunugi, ຜູ້ອຳນວຍການ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ ຕີລາຄາສູງບັນດາຄຳໝັ້ນສັນຍາຢ່າງເຂັ້ມແຂງຂອງ ຫວຽດນາມ ໃນການສົ່ງເສີມສຸຂະພາບ, ໂພສະນາການ
(ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບທ່ານນາງ June Kunugi, ຜູ້ອຳນວຍການ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ)

ຕອນບ່າຍວັນທີ 26 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບຜູ້ອຳນວຍການ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ, ປະທານ ແລະ ຮອງປະທານຄະນະກຳມະການສະຫະປະຊາຊາດກ່ຽວກັບສິດທິເດັກ (CRC) ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມື ຫວຽດນາມ - UNICEF (1975 - 2025), ກໍ່ແມ່ນການສະເຫຼີມສະຫຼອງ 35 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມສົນທິສັນຍາສິດທິເດັກ.

ທີ່ການຕ້ອນຮັບ, ເມື່ອແລກປ່ຽນກ່ຽວກັບວຽກງານເບິ່ງແຍງດູແລເດັກ, ທ່ານນາງ June Kunugi, ຜູ້ອຳນວຍການ ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ພາກພື້ນ ອາຊີຕາເວັນອອກ - ປາຊີຟິກ ຕີລາຄາສູງບັນດາຄຳໝັ້ນສັນຍາຢ່າງເຂັ້ມແຂງຂອງ ຫວຽດນາມ ໃນການສົ່ງເສີມສຸຂະພາບ, ໂພສະນາການ ແລະ ການປົກປ້ອງເດັກ. ທ່ານນາງກໍ່ສະແດງຄວາມຫວັງວ່າ ກົດໝາຍວ່າດ້ວຍຕຸລາການ ສຳລັບຜູ້ອາຍຸບໍ່ເຖິງ 18 ປີ ໃນປີ 2024 ຈະໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ.

ໃນຂະນະນັ້ນ, ທ່ານນາງ Sophie Kiladze, ປະທານຄະນະກຳມະການ CRC, ສະແດງຄວາມປະທັບໃຈຕໍ່ຈຳນວນງົບປະມານທີ່ສະຫງວນໃຫ້ແກ່ວຽກງານເດັກຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ໃຫ້ຄຳໝັ້ນສັນຍາວ່າ CRC ພ້ອມແລ້ວທີ່ຈະສົມທົບ ແລະ ໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາບຸລິມະສິດນະໂຍບາຍຮັບປະກັນສິດທິເດັກ.

TAG
VOV/VOVworld/ເຂັ້ມແຂງ/UNICEF/CRC

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ