logo

ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສົ່ງຈົດໝາຍຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ຄວາມເສຍຫາຍທີ່ເກີດຈາກພະຍຸລູກທີ 10

2025/10/4 | 07:21:37
(VOVWORLD) - ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ Hun Manet ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈທີ່ສຸດເຖິງລັດຖະບານ, ປະຊາຊົນ ຫວຽດນາມ
(ຫຼາຍເຂດຢູ່ຕາແສງ ເຕິນກວາງ, ທາຍງວຽນ ຖືກນ້ຳແກ່ງຖ້ວມ)

ໂດຍໄດ້ຮັບຂ່າວວ່າ ມີແຂວງທາງພາກເໜືອ, ພາກກາງຂອງ ຫວຽດນາມ ຈຳນວນໜຶ່ງ ຖືກຜົນສະທ້ອນຢ່າງຮ້າຍແຮງຈາກພະຍຸ ບົວລອຍ ນັ້ນ, ວັນທີ 03 ຕຸລາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ.

ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ Hun Manet ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈທີ່ສຸດເຖິງລັດຖະບານ, ປະຊາຊົນ ຫວຽດນາມ ແລະ ພິເສດແມ່ນບັນດາຄອບຄົວທີ່ມີຍາດຕິພີ່ນ້ອງເສຍຊີວິດ. ທ່ານເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ປະຊາຊົນ ຫວຽດນາມ ຈະຜ່ານຜ່າໄລຍະທີ່ຫຍຸ້ງຍາກ, ສິ່ງທົດສອບນີ້ໄປໄດ້ຢ່າງເຂັ້ມແຂງ.

TAG
VOV/VOVworld/ເຫັນ​ໃຈ/ຈິງ​ໃຈ​/ລັດ​ຖະ​ບານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ