logo

ທ່ານນາຍົກລັດຖະມົນຕີຊີ້ນຳຮີບເຮັງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມຢູ່ທາງພາກກາງ

2025/10/29 | 09:49:43
(VOVWORLD) - ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການເງິນ ປະຕິບັດສຳເລັດເລື່ອງສະໜອງຈຳນວນເງິນ 150 ຕື້ດົ່ງ (ກວ່າ 5.700.000 USD) ໃຫ້ ເຫ້ວ, ກວາງງ້າຍ ແລະ ກວາງຈິ້ 100 ຕື້ດົ່ງ (3.800.000 USD) ໃນທັນທີ
(ທີ່ກອງປະຊຸມ)

        ຕອນເຊົ້າວັນທີ 29 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມດ່ວນກັບບັນດາກະຊວງ, ຂະແໜງການ ປຶກສາຫາລືມາດຕະການແກ້ໄຂເພື່ອຟື້ນຟູຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ, ນ້ຳຖ້ວມຄັ້ງປະຫວັດສາດຢູ່ບັນດາແຂວງທາງພາກກາງ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບບັນດາແຂວງ ກວາງຈິ້ ແລະ ກວາງ້າຍ, ນະຄອນ ເຫ້ວ ແລະ ດ່ານັ້ງ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງການເງິນ ປະຕິບັດສຳເລັດເລື່ອງສະໜອງຈຳນວນເງິນ 150 ຕື້ດົ່ງ (ກວ່າ 5.700.000 USD) ໃຫ້ ເຫ້ວ, ກວາງງ້າຍ ແລະ ກວາງຈິ້ 100 ຕື້ດົ່ງ (3.800.000 USD) ໃນທັນທີ ເພື່ອແກ້ໄຂຜົນຮ້າຍຍ້ອນຝົນຕົກ, ນ້ຳຖ້ວມ ແລະ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຮີບເຮັງສະຖິຕິ, ລວບລວມ ແລະ ອັບເດັດກ່ຽວກັບສະພາບການເສຍຫາຍໃນເບື້ອງຕົ້ນ, ລາຍງານໃຫ້ສິດອຳນາດໃນທັນທີ.

        “ຮຽດຮ້ອງໃຫ້ຄະນະພັກ, ອຳນາດການປົກຄອງດຳເນີນການໄປຢື້ຶຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍປະຊາຊົນ, ໂດຍສະເພາະແມ່ນຄອບຄົວມີຜູ້ເສຍຊີວິດ, ຫາຍສາບສູນ…; ປະຕິບັດບັນດານະໂຍບາຍໜູນຊ່ວຍເປັນຢ່າງດີທີ່ສຸດໃຫ້ແກ່ປະຊາຊົນໃນທັນທີ; ສືບຕໍ່ຈັດການຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍ, ເຂດມີຄວາມສ່ຽງເກີດດິນເຊາະເຈືອນ, ນ້ຳໄຫຼຊຸ; ເດັດດຽວປະຕິບັດ; ຮັບປະກັນດ້ານສະບຽງອາຫານ, ທັນຍາຫານ, ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນ”.

TAG
VOV/VOVworld/ຝົ​ນ​ຕົກ/ນ້ຳ​ຖ້ວມ/ຮຽກ​ຮ້ອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ