logo

ທ່ານນາຍົກລັດຖະມົນຕີປຸກລະດົມບັ້ນແຂ່ງຂັນສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ

2025/10/5 | 10:57:17
(VOVWORLD) - ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແມ່ນເຫດການການເມືອງສຳຄັນຍິ່ງ, ກຳນົດແນວທາງ, ເປົ້າໝາຍການພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີປຸກລະດົມ)

ຕອນເຊົ້າວັນທີ 05 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ປະທານສະພາແຂ່ງຂັນ - ຍ້ອງຍໍສູນກາງ ໄດ້ປຸກລະດົມບັ້ນແຂ່ງຂັນສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.

ທີ່ພິທີ, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແມ່ນເຫດການການເມືອງສຳຄັນຍິ່ງ, ກຳນົດແນວທາງ, ເປົ້າໝາຍການພັດທະນາຂອງ ຫວຽດນາມ ໃນສັງກາດໃໝ່. ສະນັ້ນ, ບັ້ນແຂ່ງຂັນຄັ້ງນີ້ແມ່ນໄລຍະເຊື່ອມຕໍ່ເພື່ອເພີ່ມຄວາມໄວ, ບຸກທະລຸ, ມານະພະຍາຍາມປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກຢ່າງມີໄຊ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ສະມາຊິກພັກ, ພາລະກອນ, ລັດຖະກອນ ຕ້ອງແຂ່ງຂັນ “ປ່ຽນແປງໃໝ່ຈິນຕະນາການ, ຕັດສິນໃນການກະທຳ, ເປັນແບບຢ່າງນຳໜ້າ, ອຸທິດສ່ວນຢ່າງສຸດຈິດສຸດໃຈ, ສ້າງສັນພັດທະນາ, ເພື່ອຮັບໃຊ້ປະຊາຊົນ”. ປະຊາຊົນທຸກຊັ້ນວັນນະສືບຕໍ່ນຳໜ້າຍົກສູງນ້ຳໃຈຮັກຊາດ, ຄວາມຄາດຫວັງອຸທິດສ່ວນ, ສາມັກຄີເປັນຈິດໜຶ່ງໃຈດຽວກັນ, ອອກແຮງແຂ່ງຂັນໃນການອອກແຮງງານທຳການຜະລິດ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມແລະ ປົກປັກຮັກສາສິ່ງແວດລ້ອມ.

TAG
VOV/VOVworld/ຄວາມ​ໄວ/ບຸກ​ທະ​ລຸ/​ພະ​ຍາ​ຍາມ​/ປະ​ຕິ​ບັດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ