logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ບັ້ນ​ເຄື່ອນ​ໄຫວ ກວາງ​ຈູງ” ໄດ້ “ຮັບ​ໄຊ​ຊະ​ນະ​ຢ່າງ​ວ່ອງ​ໄວ ແລະ ດັງ​ກ້ອງ”

2026/1/16 | 09:11:00
(VOVWORLD) - ຕອນເຊົ້າວັນທີ 16 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບ “ບັ້ນເຄື່ອນໄຫວ ກວາງຈູງ” ກໍ່ສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ບັນດາຄອບຄົວປະຊາຊົນທີ່ຖືກຜົນເສຍຫາຍຈາກພາຍຸ, ນ້ຳຖ້ວມໃນໄລຍະຜ່ານມາຢູ່ພາກກາງ ຫວຽດນາມ ຢ່າງຮີບດ່ວນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

  ພາຍຫຼັງການຜັນຂະຫຍາຍມາເປັນເວລາ 1 ເດືອນ, “ບັ້ນເຄື່ອນໄຫວ ກວາງຈູງ” ບໍ່ພຽງແຕ່ປະຕິບັດສຳເລັດຖືກຕາມຄວາມຄືບໜ້າເທົ່ານັ້ນ ຫາກຍັງໄວກວ່າເວລາກຳນົດ. ຮອດວັນທີ 30 ທັນວາ 2025, ເຮືອນທີ່ຖືກເປ່ເພຈຳນວນ 34.759 ຫຼັງ ໄດ້ຮັບການສ້ອມແປງ, ສຳເລັດ 100% ເປົ້າໝາຍທີ່ວາງອອກ. ກ່ຽວກັບເຮືອນທີ່ຖືກພັງຖະຫຼົ່ມ ຕ້ອງກໍ່ສ້າງໃໝ່ນັ້ນ ໄລ່ຮອດວັນທີ 15 ມັງກອນ ກໍ່ໄດ້ກໍ່ສ້າງສຳເລັດ 1.597 ຫຼັງ.

        ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ  ຢັ້ງຢືນວ່າ:

        “ໄລ່ຮອດວັນທີ 15 ມັງກອນ, ພວກເຮົາສາມາດໝັ້ນໃຈຢັ້ງຢືນວ່າ “ບັ້ນເຄື່ອນໄຫວກວາງຈູງ” ເຖິງວ່າບໍ່ມີສຽງປືນ ແຕ່ໄດ້ “ຕໍ່ສູ້ຢ່າງຮີບເຮັ່ງ, ຍາດໄດ້ໄຊຊະນະຢ່າງວ່ອງໄວ”, ບໍ່ພຽງແຕ່ “ໄຊຊະນະ” ເທົ່ານັ້ນ “ຫາກຍັງໄຊຊະນະຢ່າງວ່ອງໄວ ແລະ ດັງກວ້າງ”ອີກດ້ວຍ. ນີ້ບໍ່ພຽງແຕ່ແມ່ນຄວາມສຸກຄວາມມ່ວນຊື່ນຂອງບັນດາຄອບຄົວທີ່ເຮືອນຖືກພັງຖະຫຼົ່ມ ຫຼື ເປ່ເພໃນເຫດໄພພິບັດທຳມະຊາດຢູ່ພາກກາງ ຫວຽດນາມ ໄລຍະຜ່ານມາເທົ່ານັ້ນ, ຫາກຍັງເຈືອຈານກັບຄວາມມ່ວນຊື່ນຂອງທົ່ວປະເທດ, ຂອງຊາດກ່ອນວັນດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV  ຂອງພັກ ແລະ ໂອກາດບຸນປີໃໝ່ປະຈຳຊາດປີມະເມຍ  ອີກດ້ວຍ.”

ລ້າຍຮວາ


TAG
VOV/VOVworld/“ບັ້ນເຄື່ອນໄຫວ ກວາງຈູງ”/ກໍ່​ສ້າງ​ເຮືອນ/ສ້ອມ​ແປງ​ເຮືອນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ