logo

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາ​ວຽກ​ງານ​ຮັບ​ມື​ກັບ ພາ​​ຍຸ​ນ້ຳ​ຖ້ວມ​ຢູ່​ເຂດ​ແຄມ​ແມ່​ນ້ຳ​ທີ່ ຮ່າ​ໂນ້ຍ

2025/10/10 | 07:50:32
(VOVWORLD) - ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາວຽກງານຮັບມືກັບ ພາຍຸນ້ຳຖ້ວມຢູ່ເຂດແຄມແມ່ນ້ຳທີ່ ຮ່າໂນ້ຍ (ພາບ: VOV)

ວັນທີ 9 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງກວດກາວຽກງານຮັບມືກັບພາຍຸນ້ຳຖ້ວມຢູ່ບັນດາຕາແສງ ຈຸງຢ້າ, ດາຟຸກ, ນະຄອນຮ່າໂນ້ຍ ເຊິ່ງແມ່ນບ່ອນທີ່ພວມຖືກນ້ຳຖ້ວມເລິກ ຍ້ອນນ້ຳຢູ່ບັນດາແມ່ນ້ຳເພີ່ມຂຶ້ນສູງ. ທີ່ການລົງກວດກາສະຖານທີ່ຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ນີ້ແມ່ນບັນດາເຂດທີ່ຈຳເປັນ, ຮຽກຮ້ອງໃຫ້ນະຄອນຮ່າໂນ້ຍ ຕ້ອງສົມທົບກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງຕິດຕາມການຜັນແປຂອງນ້ຳຖ້ວມຢ່າງໃກ້ຊິດ ເພື່ອມີບັນດາແຜນການຮັບມືທີ່ເໝາະສົມ, ນັບທັງຄິດໄລ່ເຖິງວິທີການດີທີ່ສຸດ ເພື່ອເປັນເຈົ້າການໃນການຍົກຍ້າຍປະຊາຊົນ 30.000 ຄົນ ໄປຍັງເຂດປອດໄພ. ທ່ານໃຫ້ຮູ້ວ່າ:

ຖ້າດັດສົມຄວບຄຸມລະດັບແມ່ນ້ຳກົງເປັນຢ່າງດີ ບໍ່ປະໃຫ້ຄັນຄູແຕກ, ບໍ່ປະໃຫ້ນ້ຳລົ້ນນັ້ນ, ຮ່າໂນ້ຍຈະປອດໄພ. ແຕ່ໃນກໍລະນີຄັນຄູແຕກ, ຮ່າໂນ້ຍບໍ່ມີຄວາມປອດໄພ. ວິທີການແມ່ນຕ້ອງກະກຽມພາຫະນະ, ຈັດສົ່ງພາຫະນະຍົກຍ້າຍປະຊາຊົນ 30.000 ຄົນ. ແຈ້ງໃຫ້ປະຊາຊົນຮັບຊາບເພື່ອຍາມໃດກໍ່ກຽມພ້ອມ. ຖ້າຕ້ອງຍົກຍ້າຍ ກອງທັບຈະເຂົ້າໄປໜູນຊ່ວຍທັນທີ, ຊ່ວຍເຫຼືອຜູ້ມີອາຍຸສູງ, ເດັກນ້ອຍ, ຜູ້ມີຄວາມສ່ຽງສູງກ່ວາໝູ່ໃຫ້ອອກໄປກ່ອນ.

TAG
VOV/VOVworld/ພາ​ຍຸ/ນ້ຳ​ຖ້ວມ/ການ​ຮັບ​ມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ