logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: “ຕ້ອງປ້ອງກັນ, ສະກັດກັ້ນ, ຮັບມືກັບບັນດາຄວາມສ່ຽງນາບຂູ່ຄວາມໝັ້ນຄົງແບບໃໝ່”

2025/9/18 | 10:29:08
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງຄວາມຮຽກຮ້ອງຕ້ອງຍົກສູງລັກສະນະຄາດຄະເນ, ແຈ້ງເຕືອນ ແລະ ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ກ່າວຄຳເຫັນທີ່ກອງປະຊຸມ)

        “ຕ້ອງຍົກສູງລັກສະນະຄາດຄະເນ, ແຈ້ງເຕືອນ ແລະ ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິເລກທີ 147 ຂອງລັດຖະບານ ປະກາດໃຊ້ຍຸດທະສາດສັງລວມແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນ, ຮັບມືກັບບັນດາຄວາມສ່ຽງນາບຂູ່ຄວາມໝັ້ນຄົງແບບໃໝ່ຮອດປີ 2030, ວິໄສທັດຮອດປີ 2045, ໂດຍກະຊວງຕຳຫຼວດ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 18 ກັນຍາ, ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງຄວາມຮຽກຮ້ອງຕ້ອງຍົກສູງລັກສະນະຄາດຄະເນ, ແຈ້ງເຕືອນ ແລະ ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່; ເປົ້າໝາຍແມ່ນສະກັດກັ້ນ, ຍູ້ຖອຍ, ບໍ່ປະໃຫ້ເກີດເຫດການ; ຖ້າຫາກເກີດເຫດການຕ້ອງແກ້ໄຂຢ່າງວ່ອງໄວ, ທັນການ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຖືວ່າ ຕ້ອງມີມາດຕະການສັງລວມ, ຮອບດ້ານ, ມີວິທະຍາສາດ, ຖືປະຊາຊົນແມ່ນເປົ້າໝາຍໄດ້ຮັບການປົກປ້ອງ, ພ້ອມກັນນັ້ນ ປະຊາຊົນກໍ່ແມ່ນເຈົ້າຂອງເຂົ້າຮ່ວມວິວັດການປ້ອງກັນ, ສະກັດກັ້ນ, ຮັບມືກັບບັນດາຄວາມສ່ຽງນາບຂູ່ຄວາມໝັ້ນຄົງແບບໃໝ່. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສືບຕໍ່ສ້າງລະບອບລະບຽບການ, ກົດໝາຍທີ່ກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນ, ຮັບມືກັບບັນດາຄວາມສ່ຽງ ນາບຂູ່ຄວາມໝັ້ນຄົງແບບໃໝ່ໃຫ້ສົມບູນແບບ.

TAG
VOV/VOVworld/​ສັງ​ລວມ/ຮອບ​ດ້ານ/​ວິ​ທະ​ຍາ​ສາດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ