logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ

2025/10/25 | 07:24:21
(VOVWORLD) - ສົນທິສັນຍາຈະສ້າງແລວ ແລະ ຂອບນິຕິກຳໃໝ່, ຊ່ວຍໃຫ້ບັນດາປະເທດສະມາຊິກໃນໂລກ ພ້ອມກັນຮ່ວມແຮງຮ່ວມໃຈຕ້ານອາດຊະຍາກຳທາງໄຊເບີ
(ທີ່ການຕ້ອນຮັບ)

ຕອນບ່າຍວັນທີ 24 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຕ້ອນຮັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ເນື່ອງໃນໂອກາດມາເຂົ້າຮ່ວມພິທີລົງນາມສົນທິສັນຍາອົງການສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ), ຢູ່ນະຄອນຫຼວງ ຮ່າໂນ້ຍ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ພິທີລົງນາມສົນທິສັນຍາ ຮ່າໂນ້ຍ ແມ່ນເຫດການສາກົນສຳຄັນ ແລະ ຫວຽດນາມ ເປັນກຽດໄດ້ເປັນເຈົ້າພາບຈັດຂຶ້ນ. ສົນທິສັນຍາຈະສ້າງແລວ ແລະ ຂອບນິຕິກຳໃໝ່, ຊ່ວຍໃຫ້ບັນດາປະເທດສະມາຊິກໃນໂລກ ພ້ອມກັນຮ່ວມແຮງຮ່ວມໃຈຕ້ານອາດຊະຍາກຳທາງໄຊເບີ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງອິນເຕີເນັດທົ່ວໂລກ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກໍ່ສະແດງຄວາມຊົມເຊີຍທີ່ ຫວຽດນາມ ເປັນເຈົ້າພາບຈັດພິທີລົງນາມ “ສົນທິສັນຍາ ຮ່າໂນ້ຍ”, ຕິດພັນກັບສົນທິສັນຍາຫຼາຍຝ່າຍທົ່ວໂລກໃນຂົງເຂດ ທີ່ປະຊາຄົມສາກົນມີຄວາມສົນໃຈເປັນພິເສດ, ປະກອບສ່ວນໂຄສະນາກ່ຽວກັບປະເທດຊາດ, ຊາວ ຫວຽດນາມ ແລະ ປະກອບສ່ວນເຂົ້າໃນການຍົກສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ ແລະ ພາກພື້ນ.

TAG
VOV/VOVworld/​ລົງ​ນາມ/ສົນ​ທິ/​ສັນ​ຍາ/ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ