logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບນາຍົກລັດຖະມົນຕີ ລາວ ແລະ ການນຳ ອາຊຽນ ຈຳນວນໜຶ່ງ

2022/5/14 | 07:40:52
(VOVWORLD) -ທີ່ການພົບປະ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາແບບຍືນຍົງຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັນທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ
(ພາບ: VGP)

ຕອນບ່າຍວັນທີ 13 ພຶດສະພາ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະກັນທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ທີ່ການພົບປະ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາແບບຍືນຍົງຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ໃນໄຕມາດທີ 1 ປີ 2022, ວົງເງິນການຄ້າ 2 ສົ້ນບັນລຸ 403,6 ລ້ານ USD, ເພີ່ມຂຶ້ນ 19,22% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ການຮ່ວມມືໃນຂົງເຂດການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ ບຳລຸງສ້າງ, ຄົມມະນາຄົມຂົນສົ່ງ, ພະລັງງານ… ສືບຕໍ່ໄດ້ຮັບການຊຸກຍູ້. ນາຍົກລັດຖະມົນຕີທັງ 2 ທ່ານກໍ່ເຫັນດີຈະສືບຕໍ່ສົມທົບກັນປະຕິບັດບັນດາຂໍ້ຕົກລົງລະຫວ່າງ 2 ພັກ, 2 ລັດ ຢ່າງມີປະສິດທິຜົນ; ຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງເປັນປະຈຳ; ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ; ສົມທົບກັນຜັນຂະຫຍາຍການເຄື່ອນໄຫວຕ່າງໆນອນໃນຂອບເຂດ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ໃຫ້ເປັນຢ່າງດີ ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977).

        ໃນວັນດຽວກັນ, ຢູ່ນອກການເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບປະທານາທິບໍດີ ຟີລິບປິນ, ນາຍົກລັດຖະມົນຕີ ມາເລເຊຍ, ໄທ ເພື່ອຊຸກຍູ້ບັນດາເນື້ອໃນຮ່ວມມື 2 ຝ່າຍສຳຄັນກັບແຕ່ລະປະເທດ, ກໍຄືແລກປ່ຽນກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນທີ່ພ້ອມກັນມີຄວາມສົນໃຈ.

TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ/ພັນ​ຄຳ ວິ​ພາ​ວັນ/​ມິດ​ຕະ​ພາບ/ຮ່ວມ​ມື

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ