logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບຜູ້ຕາງໜ້າວິສາຫະກິດ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ

2025/10/9 | 11:36:04
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຍົກອອກຕົວຢ່າງຈຳນວນໜຶ່ງກ່ຽວກັບບັນດາກິດຈະກຳພົ້ນເດັ່ນຂອງບັນດາວິສາຫະກິດ ຫວຽດນາມ ໃນໄລຍະຜ່ານມາ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ການພົບປະ)

        ຕອນບ່າຍວັນທີ 09 ຕຸລາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມ ນາຍົກລັດຖະມົນຕີພົບປະກັບຜູ້ຕາງໜ້າວິສາຫະກິດ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ (13 ຕຸລາ).

        ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຍົກອອກຕົວຢ່າງຈຳນວນໜຶ່ງກ່ຽວກັບບັນດາກິດຈະກຳພົ້ນເດັ່ນຂອງບັນດາວິສາຫະກິດ ຫວຽດນາມ ໃນໄລຍະຜ່ານມາ, ພ້ອມກັບບັນດາຜົນງານດ້ານກະສິກຳທີ່ພົ້ນເດັ່ນ; ທ່ານຢືນຢັນວ່າ ບັນດາວິສາຫະກິດ ແລະ ນັກທຸລະກິດ ຫວຽດນາມ ພວມນັບມື້ນັບເຕີບໃຫຍ່, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການພັດທະນາໃນທຸກດ້ານຂອງປະເທດຊາດ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາວິສາຫະກິດ, ນັກທຸລະກິດ ສືບຕໍ່ເສີມຂະຫຍາຍຈິດໃຈເຊື່ອໝັ້ນຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ເປັນເຈົ້າການເພື່ອມີບັນດາບາດກ້າວທີ່ຍາວໄກກວ່າ, ພ້ອມກັນນັ້ນ, ລັດ ກໍ່ຕ້ອງເປີດອອກກົນໄກເພື່ອເສີມຂະຫຍາຍຄວາມສາມາດ, ກຳລັງບົ່ມຊ້ອນການປະດິດຄິດສ້າງ ແລະ ການອຸທິດສ່ວນຂອງບັນດານັກທຸລະກິດໃຫ້ໄດ້ຫຼາຍທີ່ສຸດ.

TAG
VOV/VOVworld/ວິ​ສາ​ຫະ​ກິດ/ນັກ​ທຸ​ລະ​ກິດ/​ ເສີມ​ຂະ​ຫຍາຍ/​ຈ​ິດ​ໃຈ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ