logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກິນເທີ

2025/12/28 | 12:09:26
(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍນະຄອນ ເກິນເທີ ແລະ ບັນດາກະຊວງ, ຂະແໜງການ, ອົງການທີ່ໄດ້ປະຕິບັດສຳເລັດບັນດາລະບຽບການທີ່ກ່ຽວຂ້ອງເຖິງໂຄງການລົງທຶນກໍ່ສ້າງໂຮງໝໍມະເຮັງ ເກິນເທີ ໃໝ່
(ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກິນເທີ)

ຕອນບ່າຍວັນທີ 28 ທັນວາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກິນເທີ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງພາຍຫຼັງວາລະກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ການພົບປະຫົວເລື່ອງສະເພາະກັບຜູ້ມີສິດເລືອກຕັ້ງ 300 ທ່ານ ເຊິ່ງແມ່ນພະນັກງານ, ພາລະກອນ, ລັດຖະກອນຂະແໜງການສຶກສາ, ບຳລຸງສ້າງ ແລະ ສາທາລະນະສຸກໃນບໍລິເວນນະຄອນ ເກິນເທີ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ໄດ້ຍ້ອງຍໍນະຄອນ ເກິນເທີ ແລະ ບັນດາກະຊວງ, ຂະແໜງການ, ອົງການທີ່ໄດ້ປະຕິບັດສຳເລັດບັນດາລະບຽບການທີ່ກ່ຽວຂ້ອງເຖິງໂຄງການລົງທຶນກໍ່ສ້າງໂຮງໝໍມະເຮັງ ເກິນເທີ ໃໝ່, ຫັນຈາກແຫຼ່ງທຶນກູ້ຢືມ ODA ໄປສູ່ການນຳໃຊ້ແຫຼ່ງທຶນພາກລັດ. ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ບັນດາອົງການຮີບເຮັ່ງຍົກລະດັບໂຮງໝໍຫົວໃຈ ເກິນເທີ, ໂຮງໝໍແມ່ແລະເດັກ ເກິນເທີ…. ໃນປີ 2026.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ນະຄອນ ເກີນເທີ ຜັນຂະຫຍາຍການສັບຊ້ອນລະບົບຮາກຖານການສຶກສາ, ໃນນັ້ນ, ບັນດາໂຮງຮຽນຂັ້ນອະນຸບານ ແລະ ສາມັນສັບຊ້ອນຕາມຮູບແບບອຳນາດການປົກຄອງ 2 ຂັ້ນ, ມະຫາວິທະຍາໄລ 17 ແຫ່ງສັບຊ້ອນການເພີ່ມຂອບຂະໜາດ, ຍົກສູງຄຸນນະພາບ.

TAG
VOV/VOVworld/ນຳ​ໃຊ້​/ແຫຼ່ງ​ທຶນ/​ພາກ​ລັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ