logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມອບຂໍ້ຕົກລົງແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ ແລະ ລັດຖະມົນຕີ 3 ທ່ານ

2025/10/25 | 07:46:18
(VOVWORLD) - ທ່ານນາຍົກລັດຖະມົນຕີມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຄົນໃໝ່ ຈະຮ່ວມແຮງຮ່ວມໃຈ ພ້ອມກັບຄະນະລັດຖະບານສາມັກຄີ, ເປັນເອກະພາບ
(ທີ່ພິທີມອບຂໍ້ຕົກລົງ)

        ຕອນທ່ຽງວັນທີ 25 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງຮອງນາຍົກລັດຖະມົນຕີ 2 ທ່ານ ອາຍຸການ 2021 – 2026 ໂດຍທ່ານນາງ ຟ້າມທິແທັງຈ່າ ແລະ ທ່ານ ໂຮ່ກວັກຢຸງ. ທ່ານນາຍົກລັດຖະມົນຕີກໍ່ມອບຂໍ້ຕົກລົງແຕ່ງຕັ້ງລັດຖະມົນຕີ 3 ທ່ານ ອາຍຸການ 2021 – 2026, ລວມມີ: ທ່ານ ເລຮ່ວາຍຈຸງ ດຳລົງຕຳແໜ່ງລັດຖະມົນຕີການຕ່າງປະເທດ, ທ່ານ ເຈິ່ນດຶກທັງ ດຳລົງຕຳແໜ່ງ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ໂດ້ແທັງບິ່ງ ດຳລົງຕຳແໜ່ງລັດຖະມົນຕີກະຊວງພາຍໃນ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນຖານະຕຳແໜ່ງຮອງນາຍົກລັດຖະມົນຕີ, ທ່ານນາງ ຟ້າມທິແທັງຈ່າ ແມ່ນຮອງນາຍົກລັດຖະມົນຕີເພດຍິງຄົນທຳອິດຂອງລັດຖະບານ. ທ່ານນາຍົກລັດຖະມົນຕີມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີຄົນໃໝ່ ຈະຮ່ວມແຮງຮ່ວມໃຈ ພ້ອມກັບຄະນະລັດຖະບານສາມັກຄີ, ເປັນເອກະພາບ; ສ້າງລັດຖະບານນຳໜ້າ, ເປັນແບບຢ່າງນຳໜ້າ, ສຸດຈິດສຸດໃຈຮັບໃຊ້ປະເທດຊາດ, ປະຊາຊົນ, ເພື່ອທຸກຜົນປະໂຫຍດຂອງພັກ, ຂອງຊາດ ແລະ ຂອງປະຊາຊົນ.

TAG
VOV/VOVworld/​ສາ​ມັກ​ຄີ​/​ເອ​ກະ​ພາບ/​ນຳ​ໜ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ