logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນຄວາມຕັດສິນໃຈຕໍ່ສູ້ກັບ ໄພຂຸດຄົ້ນ IUU

2025/11/5 | 07:32:09
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງມີການກະທຳຢ່າງແທດຈິງ, ບໍ່ເປັນຮູບແບບ, ບໍ່ຫຼີກລ່ຽງໜ້າທີ່ຄວາມຮັບຜິດຊອບ, ເປົ້າໝາຍແມ່ນເດັດດຽວຕໍ່ສູ້ກັບໄພຂຸດຄົ້ນ IUU
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງແກ້ໄຂ “ບັດເຫຼືອງ” IUU)

ຕ້ອງຈັດການກວດກາຈຸດສຸມຕ້ານການຂຸດຄົ້ນ IUU, ສຸມໃສ່ກວາດລ້າງກຳປັ່ນ “3 ບໍ່”: ບໍ່ຈົດທະບຽນ, ບໍ່ກວດເຕັກນິກ, ບໍ່ມີໜັງສືອະນຸຍາດຂຸດຄົ້ນ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ກອງປະຊຸມຄັ້ງທີ 20 ວາລະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ເຊື່ອມຕໍ່ທາງໄກກັບ 21 ແຂວງ, ນະຄອນເຂດແຄມທະເລ, ຈັດຂຶ້ນໃນຕອນບ່າຍວັນທີ 04 ພະຈິກ, ຢູ່ສຳນັກງານລັດຖະບານ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງມີການກະທຳຢ່າງແທດຈິງ, ບໍ່ເປັນຮູບແບບ, ບໍ່ຫຼີກລ່ຽງໜ້າທີ່ຄວາມຮັບຜິດຊອບ, ເປົ້າໝາຍແມ່ນເດັດດຽວຕໍ່ສູ້ກັບໄພຂຸດຄົ້ນ IUU, ແກ້ໄຂ “ບັດເຫຼືອງ” IUU ເພື່ອການພັດທະນາອາຊີບການປະມົງແບບຍືນຍົງ.

“ຖ້າຫາກວ່າກຳປັ່ນລຳໃດຂາດສັນຍານຕ້ອງດຳເນີນການລາດຕະເວນ. ຖ້າຫາກລະບົບຕິດຕາມການເດີນທາງ VMS ແມ່ນໄປອ້ອມບ່ອນໜຶ່ງ, ບໍ່ເຮັດຫຍັງແມ່ນຮູ້ເລີຍ. ຕ້ອງເຮັດໃຫ້ໄດ້. ເດັດດຽວຟ້ອງສານ, ພິພາກສາບັນດາກໍລະນີລະເມີດ, ບໍ່ຜ່ອນສັ້ນຜ່ອນຍາວ”.

ທ່ານນາຍົກລັດຖະມົນຕີມອບໃຫ້ກະຊວງປ້ອງກັນປະເທດ ເພີ່ມທະວີການຄວບຄຸມເຂດທະເລຫ່າງໄກ, ໂດຍສະເພາະແມ່ນເຂດຕິດຈອດຊາຍແດນ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສ້າງແຜນການ, ວິທີການເຮັດວຽກດ້ານເຕັກນິກກັບຄະນະປະຕິບັດງານຂອງຄະນະກຳມະການເອີລົບ (ອີຊີ). ກະຊວງຕຳຫຼວດສ້າງ ໂປຼແກຼມ ຄຸ້ມຄອງກຳປັ່ນປາຫາ ແລະ ຊາວປະມົງເຂົ້າຮ່ວມການເຄື່ອນໄຫວໃນແອັບຢັ້ງຢືນສ່ວນຕົວ (VneID) ໃຫ້ສຳເລັດ, ນຳເຂົ້າໃຊ້ການກ່ອນວັນທີ 10 ພະຈິກ.

TAG
VOV/VOVworld/​ຮັບ​ຜິດ​ຊອບ/ເປົ້າ​ໝາຍ​/​ເດັດ​ດຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ