logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງສຸມໃສ່ຜັນຂະຫຍາຍວຽກງານຮັບມືກັບພາຍຸ Ragasa ຢູ່ລະດັບສູງສຸດ

2025/9/24 | 09:07:28
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງ, ປະທານບັນດາແຂວງ, ນະຄອນຈາກ ກວາງງ້າຍ ຂຶ້ນໄປທາງພາກເໜືອເປັນເຈົ້າການຮັບມືກັບພາຍຸຢູ່ລະດັບສູງສຸດ
(ທະຫານຊາຍແດນ ຫາຍຟ່ອງ ໜູນຊ່ວຍປະຊາຊົນຍົກຍ້າຍເຮືອ)

        ໃນໂທລະເລກສະບັບເລກທີ 171 ລົງວັນທີ 23 ກັນຍາ 2025, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີບັນດາກະຊວງ, ປະທານບັນດາແຂວງ, ນະຄອນຈາກ ກວາງງ້າຍ ຂຶ້ນໄປທາງພາກເໜືອເປັນເຈົ້າການຮັບມືກັບພາຍຸຢູ່ລະດັບສູງສຸດ, ບໍ່ປະໃຫ້ຖືກຕົກຢູ່ໃນທ່າຮັບ, ກະທັນຫັນ, ວາງເປົ້າໝາຍຮັບປະກັນຄວາມປອດໄພທາງຊີວິດອິນຊີໃຫ້ແກ່ປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ, ກ່ອນອື່ນໝົດ. ບັນດາທ້ອງຖິ່ນຢູ່ເຂດແຄມທະເລຈາກ ກວາງນິງ ໄປຮອດ ແທັງຮວາ (ເຂດທີ່ຄາດວ່າອາດຈະເກີດລົມພັດແຮງ) ຕ້ອງກວດຄືນວິທີການ, ກຽມພ້ອມຍົກຍ້າຍປະຊາຊົນກ່ອນທີ່ພາຍຸຈະພັດຖະຫຼົ່ມເຂົ້າ, ຜັນຂະຫຍາຍວຽກງານກູ້ໄພກູ້ຊີບເມື່ອມີສະພາບການຮ້າຍແຮງເກີດຂຶ້ນ…

        ທ່ານພັນເອກ ເຈິ່ນເຕິນ, ຮອງຫົວໜ້າຜູ້ບັນຊາການ, ກອງບັນຊາການກອງທັບຊາຍແດນ ຫາຍຟ່ອງ, ໃຫ້ຮູ້ວ່າ:

        “ປະຈຸບັນ, ພວກຂ້າພະເຂົ້າໄດ້ຮັກສາການປະຈຳການ 100%, ກຽມພ້ອມ ເມື່ອມີຄຳສັ່ງແມ່ນຈະຜັນຂະຫຍາຍລົງບັນດາກົມກອງເພື່ອເປັນພື້ນຖານໃຫ້ກອງບັນຊາແນວໜ້າ, ເປັນເສນາທິການໃຫ້ທ້ອງຖິ່ນພ້ອມກັບກົມກອງຜັນຂະຫຍາຍຄວາມຮຽກຮ້ອງ ແລະ ກຳແໜ້ນສະພາບການຈຳນວນພາຫະນະເຂົ້າໄປບໍລິເວນ. ພາຍຫຼັງພາຍຸພັດເຂົ້າ, ພວກຂ້າພະເຈົ້າກໍ່ຈະສືບຕໍ່ເພີ່ມທະວີກຳລັງເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາທ້ອງຖິ່ນ”.

        ສ່ວນຢູ່ແຂວງ ກວາງນິງ, ທາງແຂວງກໍ່ໄດ້ອອກຄຳສັ່ງຫ້າມອອກທະເລນັບແຕ່ຕອນເຊົ້າມື້ນີ້. 

TAG
VOV/VOVworld/​​ທ່າ​ຮັບ/ກະ​ທັນ​ຫັນ/ເປົ້າ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ