logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດີຍ ແລະ ອາຊຽນ - ຍີ່ປຸ່ນ

2025/10/27 | 12:20:30
(VOVWORLD) -  ຫວຽດນາມ ສະໜັບສະໜູນ ອິນເດຍ ສືບຕໍ່ຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”, ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ແທດຈິງກັບ ອາຊຽນ.
ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 22
(ພາບ: TTXVN)

        ຕອນບ່າຍວັນທີ 26 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພ້ອມກັບການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 22 ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນ ອິນເດຍ ສືບຕໍ່ຜັນຂະຫຍາຍນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ”, ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ແທດຈິງກັບ ອາຊຽນ.

        ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ອາຊຽນ - ອິນເດຍ ໃຫ້ເລິກເຊິ່ງກວ່າເກົ່າ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະເໜີການກຳນົດທິດໃຫຍ່ຈຳນວນໜຶ່ງ, ຄື: ເພີ່ມທະວີການເຊື່ອມຕໍ່ດ້ານເສດຖະກິດ, ສ້າງໂຄງປະກອບສະພາວິສາຫະກິດ ອາຊຽນ - ອິນເດຍ ຄືນໃໝ່; ຍູ້ແຮງການລົງທຶນເຂົ້າເຕັກໂນໂລຊີສູງ, logistics, AI ແລະ ເຄິ່ງຊັກນຳໄຟຟ້າ; ເປີດກວ້າງການພົວພັນແລກປ່ຽນປະຊາຊົນ, ຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ວັດທະນະທຳ, ທ່ອງທ່ຽວ; ສືບຕໍ່ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ແກ້ໄຂການຂັດແຍ້ງກັນໃຫ້ສອດຄ່ອງກັບກົດໝາຍສາກົນ…

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 28 ພ້ອມກັບບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນຈະຮ່ວມມືຢ່າງແໜ້ນແຟ້ນພ້ອມກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ເພື່ອຊຸກຍູ້ບັນດາບຸລິມະສິດຮ່ວມ.

TAG
VOV/VOVworld/ສຶກ​ສາ/ສາ​ທາ​ລະ​ນະ​ສຸກ/ວັດ​ທະ​ນະ​ທຳ/ທ່ອງ​ທ່ຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ