logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6

2026/1/15 | 10:46:00
(VOVWORLD) - ການຫັນເປັນດີຈີຕອນ, ພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ໄດ້ກາຍເປັນກຳລັງໜູນເຕີບໂຕໃໝ່ ແລະ ຄ່ອຍໆຢືນຢັນທີ່ຕັ້ງແມ່ນເສົ້າຄ້ຳຂອງການພັດທະນາແບບຍືນຍົງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເປັນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຮ່ວມມືດີຈີຕອນ ອາຊຽນ ແລະ ປາດຖະໜາຢາກສ້າງປະຊາຄົມດີຈີຕອນ ອາຊຽນ ສາມັກຄີ, ເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ. ນີ້ແມ່ນຄຳຢືນຢັນຂອງທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງດີຈີຕອນ ອາຊຽນ ຄັ້ງທີ 6 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ.

         ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ ການຫັນເປັນດີຈີຕອນ, ພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ໄດ້ກາຍເປັນກຳລັງໜູນເຕີບໂຕໃໝ່ ແລະ ຄ່ອຍໆຢືນຢັນທີ່ຕັ້ງແມ່ນເສົ້າຄ້ຳຂອງການພັດທະນາແບບຍືນຍົງ. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຖືວ່າ ບັນດາປະເທດ ອາຊຽນ ຕ້ອງສ້າງຍຸດທະສາດດີຈີຕອນແບບຍາວນານ ແລະ ຮອບດ້ານ.

        “ປັນຍາປະດິດພວມແຜ່ຂະຫຍາຍຢ່າງແຮງ, ສວມບົດບາດເປັນໃຈກາງໃນສັງກາດດີຈີຕອນ. ຮຽກຮ້ອງໃຫ້ ອາຊຽນ ຕ້ອງຊຸກຍູ້ການພັດທະນາກົນໄກທົດລອງໃຫ້ແກ່ເຕັກໂນໂລຊີໃໝ່, ຮູບແບບດຳເນີນທຸລະກິດໃໝ່ ເພື່ອທະວີຄູນໃຫ້ທົ່ວພາກພື້ນ. ພ້ອມກັນນັ້ນ, ການພັດທະນາປັນຍາປະດິດຕ້ອງຕິດພັນກັບມາດຖານຄຸນສົມບັດ, ຖືມະນຸດເປັນໃຈກາງ, ຮັບໃຊ້ເປົ້າໝາຍສັນຕິພາບ, ການຮ່ວມມື ແລະ ພັດທະນາ”.

        ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນຮ່ວມມືດີຈີຕອນ ອາຊຽນ; ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໜູນຊ່ວຍບັນດາປະເທດທີ່ຍັງປະສົບກັບຄວາມຫຍຸ້ງຍາກ ເພື່ອຮັດແຄບຊ່ອງຫວ່າງດີຈີຕອນ ແລະ ພ້ອມກັນພັດທະນາ.

TAG
VOV/VOVworld/ພັດ​ທະ​ນາ/​ລັດ​ຖະ​ບານ/​ດີ​ຈີ​ຕອນ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ