logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຄັ້ງທີ 8

2025/11/27 | 10:44:19
(VOVWORLD) - ນັກທຸລະກິດໜຸ່ມ ຫວຽດນາມ ຕ້ອງເສີມຂະຫຍາຍກຳລັງຂອງລຸ້ນໜຸ່ມ, ມີຄວາມຈຸດຈິດສຸດໃຈ, ນ້ຳໃຈຮັກສາ, ມູນເຊື້ອຂອງຊາດ ແລະ ນຳໜ້າໃນສັງກາດໃໝ່.
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ຄັ້ງທີ 8 ສະໄໝ 2025 – 2030.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ນັກທຸລະກິດໜຸ່ມ ຫວຽດນາມ ຕ້ອງເສີມຂະຫຍາຍກຳລັງຂອງລຸ້ນໜຸ່ມ, ມີຄວາມສຸດຈິດສຸດໃຈ, ນ້ຳໃຈຮັກສາ, ມູນເຊື້ອຂອງຊາດ ແລະ ນຳໜ້າໃນສັງກາດໃໝ່.

        “ພວກເຮົາຕ້ອງເປີດກວ້າງຂົງເຂດພັດທະນາປະເທດຊາດຂຶ້ນອາວະກາດ, ອອກສູ່ທະເລ ແລະ ເຂົ້າເລິກໃນພື້ນດິນ. ທຸກສິ່ງດັ່ງກ່າວຮຽກຮ້ອງໃຫ້ພວກເຮົາຕ້ອງມີພູມປັນຍາ, ມີວິທະຍາສາດ, ນະວັດຕະກຳ ແລະ ກ້າຄິດກ້າທຳ, ຖືຄວາມຮູ້ເປັນສຳຄັນ, ປະຢັດເວລາ ແລະ ມີການຕັດສິນໃຈທີ່ຖືກຈຸດ, ຖືກເວລາ”.

        ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ນັກທຸລະກິດໜຸ່ມ ນຳໜ້າໃນການ startup, ນະວັດຕະກຳ, ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ນຳໃຊ້ປັນຍາປະດິດ… ເຂົ້າໃນການຜະລິດ, ດຳເນີນທຸລະກິດ.

TAG
VOV/VOVworld/ລ​ຸ້ນ​ໜຸ່ມ/ສຸດ​ຈິດ​ສຸດ​ໃຈ/ນ້ຳ​ໃຈ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ