logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນຢູ່ຕາແສງເຂດຊາຍແດນຂອງ ດ່ານັ້ງ

2025/10/16 | 12:26:48
(VOVWORLD) - ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍການກໍ່ສ້າງໂຮງຮຽນ 6 ແຫ່ງຢູ່ບັນດາຕາແສງເຂດຊາຍແດນໃນປີ 2025, ດ້ວຍຍອດຈຳນວນເງິນກວ່າ 1.500 ຕື້ດົ່ງ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ
(ພາບ: qdnd.vn)

        ຕອນບ່າຍວັນທີ 16 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຮງຮຽນກິນນອນ, ເຄິ່ງກິນນອນປະຖົມ ແລະ ມັດທະຍົມຕອນຕົ້ນ ໄຕຢາງ, ຕາແສງເຂດຊາຍແດນທາງທິດຕາເວັນຕົກ ຂອງນະຄອນ ດ່ານັ້ງ ທີ່ຕິດກັບປະເທດ ລາວ.

        ໂດຍປະຕິບັດຕາມແຈ້ງການເລກທີ 81 ຂອງກົມການເມືອງ, ນະຄອນ ດ່ານັ້ງ ໄດ້ຜັນຂະຫຍາຍການກໍ່ສ້າງໂຮງຮຽນ 6 ແຫ່ງຢູ່ບັນດາຕາແສງເຂດຊາຍແດນໃນປີ 2025, ດ້ວຍຍອດຈຳນວນເງິນກວ່າ 1.500 ຕື້ດົ່ງ, ໃນນັ້ນມີ ໂຮງຮຽນກິນນອນ, ເຄິ່ງກິນນອນປະຖົມ ແລະ ມັດທະຍົມຕອນຕົ້ນ ໄຕຢາງ.

        ກ່າວຄຳເຫັນຊີ້ນຳທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ ການລົງທຶນກໍ່ສ້າງ 2 ໂຮງຮຽນດັ່ງກ່າວມີຄວາມໝາຍດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ມະນຸດສະທຳຢ່າງໃຫຍ່ຫຼວງ, ສ້າງເງື່ອນໄຂໃຫ້ນັກຮຽນມີສະພາບແວດລ້ອມການຮ່ຳຮຽນ, ເຄື່ອນໄຫວດຳລົງຊີວິດທີ່ມີຄວາມປອດໄພ, ທັນສະໄໝ, ມີເງື່ອນໄຂພັດທະນາຮອບດ້ານຢ່າງຄົບຖ້ວນ…

TAG
VOV/VOVworld/ການ​ເມືອງ/ເສດ​ຖະ​ກິດ/ສັງ​ຄົມ/ມະ​ນຸດ​ສະ​ທຳ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ