logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມຊຸກຍູ້ບັນດາໂຄງການເສັ້ນທາງລົດໄຟ

2025/10/23 | 09:11:36
(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ຜັນຂະຫຍາຍມາດຕະການຊຸກຍູ້ໂຄງການເສັ້ນທາງລົດໄຟມາດຖານ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໂດຍໄວ ເພື່ອເລີ່ມລົງມືກໍ່ສ້າງໃຫ້ຖືກຕາມແຜນການໃນວັນທີ 19 ທັນວາ ທີ່ຈະມາເຖິງ
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

        ຕອນເຊົ້າວັນທີ 23 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນແຫ່ງຊາດຂົງເຂດທາງລົດໄຟ (ຄະນະຊີ້ນຳ) ເປັນປະທານວາລະປະຊຸມຄັ້ງທີ 4 ຂອງຄະນະຊີ້ນຳໂດຍເຊື່ອມຕໍ່ທາງໄກກັບ 18 ແຂວງ, ນະຄອນທີ່ມີໂຄງການເສັ້ນທາງລົດໄຟໄປຜ່ານ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ຜັນຂະຫຍາຍມາດຕະການຊຸກຍູ້ໂຄງການເສັ້ນທາງລົດໄຟມາດຖານ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ໂດຍໄວ ເພື່ອເລີ່ມລົງມືກໍ່ສ້າງໃຫ້ຖືກຕາມແຜນການໃນວັນທີ 19 ທັນວາ ທີ່ຈະມາເຖິງ; ກວດກາຕີລາຄືນຄາວຽກງານບຸກເບີກໜ້າພຽງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້ ຢູ່ບັນດາທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຊີ້ແຈ້ງວ່າ:

        “ຊຸກຍູ້ໂຄງການເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ເພື່ອເລີ່ມລົງມືກໍ່ສ້າງໄລຍະ 1 ໃນວັນທີ 19 ທັນວາ. ກວດກາຄືນ, ດຳເນີນການຜັນຂະຫຍາຍບຸກເບີກໜ້າພຽງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້. ຕາມມະຕິຂອງສະພາແຫ່ງຊາດແລ້ວ ຂອດບຸກເບີກໜ້າພຽງແມ່ນທ້ອງຖິ່ນຕ້ອງປະຕິບັດ. ການບຸກເບີກໜ້າພຽງກ່ອນໄປບາດໜຶ່ງແມ່ນບັນດານັກລົງທຶນ, ການລົງທຶນຂອງລັດຈະມີຄວາມສະດວກເພື່ອເປັນເຈົ້າການຜັນຂະຫຍາຍ”.

TAG
VOV/VOVworld/​ລົດ​ໄຟ/ມາດ​ຖານ/ລາວ​ກາຍ/ຮ່າ​ໂນ​້ຍ/ຫາຍ​ຟ່ອງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ