logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມລັດຖະບານຜັນຂະຫຍາຍບັນດາໜ້າທີ່ຈຸດສຸມທ້າຍປີ 2025

2025/10/25 | 08:56:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງກວດກາຄືນວຽກງານ, ລາຍການ, ແຜນຮ່າງ, ໂຄງການ; ກຳນົດອັນດັບໃຫ້ບຸລິມະສິດປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມລັດຖະບານ ຜັນຂະຫຍາຍໜ້າທີ່ຈຸດສຸມທ້າຍປີ 2025. ທີ່ກອງປະຊຸມ, ລັດຖະບານສຸມໃສ່ກວດກາບັນດາໜ້າທີ່ທັງປີ 2025; ພິເສດແມ່ນບັນດາລາຍການ, ແຜນຮ່າງ, ໂຄງການທີ່ໄດ້ຜັນຂະຫຍາຍ, ປະຕິບັດສຳເລັດ ແລະ ບັນດາລາຍການ, ແຜນຮ່າງ, ໂຄງການທີ່ຕ້ອງສຸມໃສ່ຜັນຂະຫຍາຍນັບແຕ່ນີ້ຮອດທ້າຍປີ 2025 ແລະ ໃນຊຸມປີຕໍ່ໄປ. ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງກວດກາຄືນວຽກງານ, ລາຍການ, ແຜນຮ່າງ, ໂຄງການ; ກຳນົດອັນດັບໃຫ້ບຸລິມະສິດປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍ, ສຸມໃສ່ສ້າງບັນດາລາຍການ, ການກະທຳຫັນເປັນລະບອບລະບຽບການ, ປະຕິບັດບັນດາມະຕິທີ່ກົມການເມືອງຫາກໍ່ປະກາດໃຊ້. ພິເສດ, ບັນດາຝ່າຍທີ່ກ່ຽວຂ້ອງສຸມໃສ່ຊຸກຍູ້ບັນດາກຳລັງໜູນການເຕີບໂຕ ເພື່ອປະຕິບັດໃຫ້ບັນລຸເປົ້າໝາຍການເຕີບໂຕປີ 2025, ສ້າງທ່ວງທ່າ, ສ້າງກຳລັງໃຫ້ຊຸມປີຕໍ່ໆໄປ.

TAG
VOV/VOVworld/​ໜ້າ​ທີ່​/​ມອບ​ໝາຍ/ສຸມ​ໃສ່/​ລາຍ​ການ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ