logo

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄປເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

2025/12/28 | 11:24:00
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ລະດົມກຳລັງ, ພາຫະນະ; ນຳໃຊ້ບັນດາມາດຕະການກໍ່ສ້າງ ແລະ ເຕັກໂນໂລຊີທີ່ກ້າວໜ້າ
(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກວດກາ, ລະດົມກຳລັງໃຈ, ຊີ້ນຳການຜັນຂະຫຍາຍໂຄງການພື້ນຖານໂຄງລ່າງຂອງແຂວງ ກ່າເມົາ)

ຕອນເຊົ້າວັນທີ 28 ທັນວາ, ໃນລາຍການເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ແລະ ຄະນະປະຕິບັດງານໄດ້ໃຊ້ເຮືອບິນເພື່ອສຳຫຼວດສະພາບການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງເຂດໝູ່ເກາະ, ທະເລເຂດ ກ່າເມົາ ແລະ ກວດກາ, ລະດົມກຳລັງໃຈ, ຊີ້ນຳການຜັນຂະຫຍາຍໂຄງການພື້ນຖານໂຄງລ່າງຈຳນວນໜຶ່ງຂອງແຂວງ ກ່າເມົາ.

ເມື່ອຕີລາຄາບັນດາໂຄງການກໍ່ສ້າງທີ່ມີເງື່ອນໄຂຫຍຸ້ງຍາກ, ສັບສົນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ລະດົມກຳລັງ, ພາຫະນະ; ນຳໃຊ້ບັນດາມາດຕະການກໍ່ສ້າງ ແລະ ເຕັກໂນໂລຊີທີ່ກ້າວໜ້າ; ຜັນຂະຫຍາຍບັນດາໂຄງການຢູ່ທະເລ ແລະ ທາງບົກໄປພ້ອມດຽວກັນ.

“ພວກຂ້າພະເຈົ້າໄດ້ໄປສຳຫຼວດດ້ວຍເຮືອບິນ ກຳນົດທີ່ຕັ້ງຂອງເສັ້ນທາງໄປ, ເສັ້ນທາງທີ່ອອກແບບ... ສະເໜີກໍ່ສ້າງຂົວຕື່ມອີກ. ຂົວແຫ່ງນີ້ຕ້ອງແມ່ນຜະລິດຕະພັນທ່ອງທ່ຽວ, ເພີ່ມສະຖານທີ່ພັກຜ່ອນໃນເສັ້ນທາງພາໄປເຖິງເຂດເກາະ; ມີສະຖານທີ່ພັກຜ່ອນເພື່ອໃຫ້ປະຊາຊົນເມື່ອໄປທ່ອງທ່ຽວຈະມີຈຸດຢຸດຖ່າຍຮູບ. ການອອກແບບເສັ້ນທາງຈາກ ເດີດມຸ້ຍ ໄປເກາະ ຮ່ວນຄວາຍ ແມ່ນຜະລິດຕະພັນທ່ອງທ່ຽວ”.

ສຳລັບໂຄງການເສັ້ນທາງຄວາມໄວສູງຕອນ ເຮົ້າຢາງ - ກ່າເມົາ, ທ່ານນາຍົກລັດຖະມົນຕີສະເໜີກະຊວງກໍ່ສ້າງ ຊີ້ນຳເຈົ້າຂອງລົງທຶນ, ນັກປະມູນຍູ້ແຮງການກໍ່ສ້າງ ເພື່ອໃຫ້ສຳເລັດກ່ອນວັນທີ 31 ມັງກອນ 2026, ເຊື່ອມຕໍ່ເສັ້ນທາງຄວາມໄວສູງຈາກ ກາວບັ່ງ ໄປຮອດ ກ່າເມົາ, ຕໍ່ຈາກນັ້ນແມ່ນທາງເຊື່ອມຕໍ່ແຕ່ ເດີດມຸ້ຍ ໄປເກາະ ຮ່ອນຄວາຍ.

TAG
VOV/VOVworld/ກວດ​ກາ/ລະ​ດົມ/​ກຳ​ລັງ​ໃຈ/ຊີ້​ນຳ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ