logo

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຢັ້ງ​ຢືນ​ການ​ລົງ​ທຶນ​ໃຫ້​ແກ່​ເຮືອນ​ຢູ່​ສັງ​ຄົມ ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ

2025/11/11 | 07:12:37
(VOVWORLD) -  ຕອນເຊົ້າວັນທີ 11 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບນະໂຍບາຍເຮືອນຢູ່ ແລະ ຕະຫຼາດອະສັງຫາລິມະຊັບ, ເປັນປະທານວາລະປະຊຸມທີ 3 ຂອງຄະນະຊີ້ນຳ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ກອງປະຊຸມ

ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ການພັດທະນາເຮືອນຢູ່ ແມ່ນເສົາຄ້ຳສຳຄັນຂອງນະໂຍບາຍສະຫວັດດີການສັງຄົມ ແລະ ຊຸກຍູ້ການພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີຖືວ່າ “ການລົງທຶນໃຫ້ແກ່ເຮືອນຢູ່ສັງຄົມແມ່ນການລົງທຶນໃຫ້ແກ່ການພັດທະນາຂອງສັງຄົມ, ຂອງປະເທດ” ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງໄລຍະ 2025 – 2030 ແລະ ກໍແມ່ນ “ໄມ້ງັດຄວບຄູ່” ທັງແກ້ໄຂໃຫ້ແກ່ປະຊາຊົນ, ຮັບປະກັນການສະຫັວດດີການສັງຄົມ, ຊຸກຍູ້ການເຕີບໂຕ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ; ພັດທະນາຕະຫຼາດອະສັງຫາລິມະຊັບໃຫ້ປອດໃສ, ຍືນຍົງ.

“ປະຊາຊົນໝົດທຸກຄົນໄດ້ເຂົ້າເຖິງຢ່າງສະເໝີພາບ. ນີ້ແມ່ນນະໂຍບາຍທີ່ມີລັກສະນະມະນຸດສາດ. ນະໂຍບາຍເຮືອນຢູ່, ອະສັງຫາລິມະຊັບຢາກປອດໃສ, ຍືນຍົງ, ພັດທະນາຢ່າງມີປະສິດທິຜົນນັ້ນ, ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງມີສ່ວນຮ່ວມ, ຕ້ອງມີຄວາມຮັບຜິດຊອບ, ດ້ວຍຈິດໃຈ ລັດສ້າງສາ, ວິສາຫະກິດນຳໜ້າ, ພາກລັດພາກເອກະຊົນພ້ອມກັນເຮັດ, ປະເທດຊາດຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ”.

TAG
VOV/VOVworld/ເຮືອນ​ຢູ່​ສັງ​ຄົມ/ລັດ​ຖະ​ບານ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ