logo

ທ່ານນາຍົກລັດຖະມົນຕີ ລັດເຊຍ ຖະແຫລງ ຈະສືບສວນບັນດາການລະເມີດ ໃນການເລືອກຕັ້ງ

2012/3/7 | 12:09:24
ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Vladimia Putin ຜູ້​ຫາ​ກໍ່​ໄດ້​ຮັບການຮັບ​ຮູ້​ວ່າແມ່ນ​ປະທານາທິບໍດີ​ລັດ​ເຊຍ ຕາມ​ໝາກຜົນ​ແຫ່ງການ​ເລືອກ​ຕັ້ງ​ໃນເບື້ອງຕົ້ນທີ່​ປະກາດ​ໃນ​ວັນ​ທີ 6/3 ​ໄດ້​ເວົ້າ​ວ່າ: ຄວນ​ດຳ​ເນີນ​ການ​ສືບສວນ​ບັນດາ​ກໍລະນີ​ລະ​ເມີດ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່​ລັດ​ເຊຍ​ຜ່ານ​ມາ


(vovworld) - ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Vladimia Putin ຜູ້​ຫາ​ກໍ່​ໄດ້​ຮັບການຮັບ​ຮູ້​ວ່າແມ່ນ​ປະທານາທິບໍດີ​ລັດ​ເຊຍ ຕາມ​ໝາກຜົນ​ແຫ່ງການ​ເລືອກ​ຕັ້ງ​ໃນເບື້ອງຕົ້ນທີ່​ປະກາດ​ໃນ​ວັນ​ທີ 6/3 ​ໄດ້​ເວົ້າ​ວ່າ: ຄວນ​ດຳ​ເນີນ​ການ​ສືບສວນ​ບັນດາ​ກໍລະນີ​ລະ​ເມີດ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ຢູ່​ລັດ​ເຊຍ​ຜ່ານ​ມາ. ຄຳ​ຖະ​ແຫລ​ງດັ່ງກ່າວ​ຂອງ​ນາຍົກລັດຖະມົນຕີ Putin ​ຖືກຍົກ​ອອກ​ມາ ​ເມື່ອ​ທ່ານ​ມີ​ການ​ຢ້ຽມຢາມ​ສູນ​ຕິດຕາມ​ກວດກາ​ການ​ເລືອກ​ຕັ້ງ​ລັດ​ເຊຍ ປີ 2012 ​ແລະ ມີ​ການ​ພົບ​ປະ​ກັບ​ບັນດາ​ນັກ​ສັງ​ເກດ​ການ​ຢູ່​ທີ່​ນີ້. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ​ແຕ່​ວັນ​ທີ 4/1 ຫາ​ວັນ​ທີ 4/3 ຜ່ານ​ມາ, ​ເຂົາ​ເຈົ້າ​ໄດ້​ຮັບປະມານ 4.500 ​ແຈ້ງການກ່ຽວ​ກັບ​ການລະ​ເມີດ​ໃນ​ການ​ເລືອກ​ຕັ້ງ​ຢູ່​ລັດ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ່າວ​ຄາວ​ສ່ວນ​ຫລາຍ​ລ້ວນ​ແຕ່​ບໍ່​ມີ​ພະຍານ​ຫລັກ​ຖານ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ການ​ເລືອກ​ຕັ້ງ​ຢູ່​ລັດ​ເຊຍ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຖືກຕ້ອງ ​ແລະ ​ສອດຄ່ອງ​ກັບ​ກົດໝາຍ​ຂອງ​ສະຫະພັນ​ລັດ​ເຊຍ​ຢ່າງ​ສິ້ນ​ເຊິ​ງ.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ