logo

ທ່ານນາຍົກລັດຖະມົນຕີສະເໜີຫັນຄວາມຮັບຜິດຊອບ, ຕ້ານການຂຸດຄົ້ນ IUU ໃຫ້ເປັນໜ້າທີ່ບຸກຄົນ

2025/12/17 | 07:25:00
(VOVWORLD) - ປະຈຸບັນ, ທົ່ວປະເທດມີກຳປັ່ນ 79.231 ລຳໄດ້ອັບເດດຂໍ້ມູນໃນ Vnfishbase (ບັນລຸ 100%).
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ  ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ)

        ຕອນຄ່ຳວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄັ້ງທີ 26 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ວາລະປະຊຸມໄດ້ເຊື່ອມຕໍ່ທາງອອນລາຍກັບ 22 ແຂວງ, ນະຄອນເຂດແຄມທະເລ. ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຕິດຕາມ, ຄຸ້ມຄອງພົນລະເມືອງ; ຫັນຄວາມຮັບຜິດຊອບ, ຕ້ານການຂຸດຄົ້ນ IUU ໃຫ້ເປັນໜ້າທີ່ບຸກຄົນ.

        ປະຈຸບັນ, ທົ່ວປະເທດມີກຳປັ່ນ 79.231 ລຳໄດ້ອັບເດດຂໍ້ມູນໃນ Vnfishbase (ບັນລຸ 100%). ໃນອາທິດຜ່ານມາໄດ້ປະຕິບັດການກວດກາ, ຄວບຄຸມກຳປັ່ນເຂົ້າທຽບທ່າ 3.056 ຄັ້ງ - ອອກຈາກທ່າ 3.165 ຄັ້ງ ຕາມຂໍ້ກຳນົດ ແລະ ຕິດຕາມປະລິມານສິນໃນນ້ຳທີ່ຂຸດຄົ້ນຜ່ານທ່າກຳປັ່ນແມ່ນ 8.765 ໂຕນ. ໃນອາທິດຜ່ານມາບ່ເກີດມີກໍລະນີກຳປັ່ນລະເມີດເຂດທະເລຕ່າງປະເທດຖືກຈັບຕົວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ບັນດາທ້ອງຖິ່ນສຸມໃສ່ກວດກາ, ຄວບຄຸມຊາວປະມົງຢ່າງເຂັ້ມງວດ.

        “ຂ້າພະເຈົ້າສະເໜີຕ້ອງເຮັດແຈ້ງ, ພົນລະເມືອງຂອງທ້ອງຖິ່ນໃດ, ທ້ອງຖິ່ນນັ້ນຕ້ອງຮັບຜິດຊອບ. ກ່ອນອື່ນໝົດແມ່ນເລຂາທິການ, ປະທານທ້ອງຖິ່ນຕ້ອງຮັບຜິດຊອບ, ຕ້ອງຫັນໜ້າທີ່ຄວາມຮັບຜິດຊອບເປັນສ່ວນບຸກຄົນ. ປະຈຸບັນໄດ້ຕິດຕັ້ງ Vneid ແລ້ວ, ຕ້ອງກວດກາໄດ້ພົນລະເມືອງຂອງຕົນໄປໃສ, ເຮັດຫຍັງຈຶ່ງຍັງບໍ່ທັນກັບມາ ກໍ່ຕ້ອງຮູ້. ບັນດາເຄື່ອງມືມີຢູ່ແລ້ວຖ້າເຮັດບໍ່ໄດ້ ພະນັກງານຄຸ້ມຄອງຕ້ອງແມ່ນຜູ້ຮັບຜິດຊອບ.”

        ປະຈຸບັນ, ມີ 7/22 ແຂວງ, ນະຄອນຫາກໍ່ປະກາດໃຊ້ນະໂຍບາຍຫັນປ່ຽນອາຊີບໃຫ້ແກ່ປະຊາຊົນ, ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ໃນ 5 ວັນຈະມາເຖິງ, 15 ແຂວງ, ນະຄອນທີ່ຍັງເຫຼືອຕ້ອງສ້າງນະໂຍບາຍຫັນປ່ຽນອາຊີບໃຫ້ສຳເລັດ.

TAG
VOV/VOVworld/ກວດ​ກາ/ຄວບ​ຄຸມ​/ກຳ​ປັ່ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ